ການນຳກົມໃຫຍ່ການເມືອງກອງທັບປຊຊຫວຽດນາມຕ້ອນຮັບຄະນະຜູ້ແທນຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດກຸຍບາ

ການນຳກົມໃຫຍ່ການເມືອງກອງທັບປຊຊຫວຽດນາມຕ້ອນຮັບຄະນະຜູ້ແທນຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດກຸຍບາ - ảnh 1
ກາ​ນນຳ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ
ຕ້ອນຮັບ​ຄະນະ​ຜູ້​ແທນຍາດຕິ​ພີ​່ນ້ອງ​ນັກຮົບ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດກຸຍບາ
(ພາບ: baomoi.com)


(vovworld) – ທີ່​ການ​ຕ້ອນຮັບ​​ຄະນະ​ຜູ້​ແທນຍາດຕິ​ພີ​່ນ້ອງ​ນັກຮົບ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດກຸຍ​ບາ, ​ໂດຍພົນ​ຈັດຕະວາ Delsa Esther Puebla Vitre ​ເປັນຫົວ​ໜ້າ​ສະມາຄົມ​ນັກຮົບ​ປະຕິວັດ​ນະຄອນ La Habana, ​ໃນ​ຕອນ​ບ່າຍ​ວັນ​ທີ 26/01, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ມາຍ​ກວາງ​ເຟີ​໋ນ, ຮອງ​ຫົວໜ້າກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ຢືນຢັນ​ວ່າ: ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ບໍ່​ອາດ​ຫຼົງ​ລື່ມ​​ການ​ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ​ເພື່ອນ​ມິດສາ​ກົນໃນ​ຊຸມ​ເດືອນ​ປີ​ຕໍ່ຕ້ານ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ທັງ​ທາງ​ດ້ານ​ວັດຖຸ, ຈິດ​ໃຈ ​ແລະ ທັງ​ເລືອດ​ເນື້ອຂອງ​ປະຊາຊົນ​ກຸຍ​ບາ ອ້າຍ​ນ້ອງ. ​ໃນ​ຕະຫຼອດ 50 ປີຜ່ານມາ, ການ​ພົວພັນ​ລະຫວ່າງ 2 ປະ​ເທດນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ. ປະຊາຊົນ ​ແລະ ບັນດາ​ກຳລັງ​ປະກອບ​ອາວຸດ​ຫວຽດນາມ ​​ໄດ້, ພວມ ​ແລະ ຍາມ​ໃດ​ກໍ່​ສາມັກຄີ, ຮ່ວມ​ມື, ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ປະຊາຊົນ ​ແລະ ບັນດາ​ກຳລັງ​ປະກອບ​ອາວຸດ​ກຸຍ​ບາ ​ໃນ​ພາລະກິດ​ຕໍ່ສູ້​ເພື່ອ​ສັນຕິພາບ, ​ເອກະລາດ​​ແຫ່ງ​ຊາດ ​ແລະ ລັດທິສັງຄົມ.
ຂ່າວ/ບົດ​ອື່ນ