ການນຳກະຊວງປ້ອງກັນປະເທດມອບໜ້າທີ່ໃຫ້ພະນັກງານເຂົ້າຮ່ວມກຳລັງຮັກສາສັນຕິພາບສປຊ

ການນຳກະຊວງປ້ອງກັນປະເທດມອບໜ້າທີ່ໃຫ້ພະນັກງານເຂົ້າຮ່ວມກຳລັງຮັກສາສັນຕິພາບສປຊ - ảnh 1
ການນຳກະຊວງປ້ອງກັນປະເທດມອບໜ້າທີ່
ໃຫ້ພະນັກງານເຂົ້າຮ່ວມກຳລັງຮັກສາສັນຕິພາບສປຊ
(ພາບ: qdnd.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 01/04, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ຫງວຽນ​ຈິ໋ວິ້ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ມອບ​ໜ້າ​ທີ່​ໃຫ້​ພະນັກງານ​ໄປ​ປະຕິບັດ​ໜ້າ​ທີ່​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ ຢູ່​ສ.ອາ​ຟະ​ລິ​ກາ​ກາງ. ກ່າວ​ຄຳ​​ເຫັນ​ທີ່​ພິທີ​ມອບ​ໜ້າ​ທີ່, ພົນ​ໂທ ຫງວຽນ​ຈິ໋ວິ້ງ ຮຽກຮ້ອງ​ໃຫ້​ບັນດາ​ນາຍ​ທະຫານ​ທີ່​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ສະຫະ​ປະຊາຊາດຢູ່ສ.ອາ​ຟະ​ລິ​ກາ​ກາງ ຈົ່ງຮັບ​ຮູ້​ໄດ້​ວ່າ ນີ້​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ, ​ແມ່ນ​ສັນຍາ​ລັກ​ຂອງ​ປະ​ເທດ​ຊາດ​ໃນ​ວິວັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ພ້ອມ​ທັງນີ້​ກໍ່​ແມ່ນ​ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​​ໃນ​ໄລຍະ​ສັນຕິພາບ. ຄຽງ​ຂ້າງ​​ເລື່ອງປະຕິບັດ​ຢ່າງ​ເຂັ້ມ​ງວດ ​ແລະ ຖືກ​ຕ້ອງ​ຄວາມ​ຮຽກຮ້ອງ​ຂອງ​ຄະນະ​ຜູ​້ແທນສະຫະ​ປະຊາ​ຊາດ​ຢູ່ສ.ອາ​ຟະ​ລິ​ກາ​ກາງ, ບັນດາ​ນາຍ​ທະຫານ​ຫວຽດນາມ ຕ້ອງ​ຍົກ​ສູງ​ນ້ຳ​ໃຈ​ສາມັກຄີ, ຮໍ່າຮຽນ​ດ້ວຍ​ຕົນ​ເອງ ​ແລະ ຮັກ​ສາຫຼັກການ​ໃນ​ວິວັດ​ການ​ປະຕິບັດໜ້າ​ທີ່.

   ພະນັກງານ 3 ຄົນທີ່​ໄດ້ຮັບເລືອກ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດຢູ່​ທີ່​ຄະນະຜູ້​ແທນ.ສ.ອາ​ຟະ​ລິ​ກາ​ກາງ​ໃນ​ຄັ້ງ​ນີ້​ລວມມີ: ພັນ​ຕີ ຫງວຽນຊວນ​ແທ່ງ, ພັນ​ຈັດຕະວາ ຫວູວັນ​ຮ້ຽບ ​ແລະ ຮ້ອຍ​​ເອກ ຮ່ວາງ​ຈຸງ​ກຽນ.


ຂ່າວ/ບົດ​ອື່ນ