ການນຳນະຄອນໂຮ່ຈິມິນຕ້ອບຮັບຄະນະຜູ້ແທນພະນັກງານກະຊວງວິທະຍາສາດ ແລະ ເຕັກໂນໂລຢີລາວ

(VOVWORLD) -ວັນທີ 14 ສິງຫາ, ທ່ານ ເລແທງລຽມ ຮອງປະທານປະຈຳການ ຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈິມິນ, ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນພະນັກງານ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ສປປ.ລາວ, ນຳໂດຍທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ທີ່ກຳລັງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນ ໂຮ່ຈິມິນ.

ການນຳນະຄອນໂຮ່ຈິມິນຕ້ອບຮັບຄະນະຜູ້ແທນພະນັກງານກະຊວງວິທະຍາສາດ ແລະ ເຕັກໂນໂລຢີລາວ - ảnh 1 ການນຳນະຄອນໂຮ່ຈິມິນຕ້ອບຮັບຄະນະຜູ້ແທນພະນັກງານກະຊວງວິທະຍາສາດ ແລະ ເຕັກໂນໂລຢີລາວ

(ພາບ: hcmcpv.org.vn)

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ສຸລິອຸດົງ ສູນດາລາ  ໃຫ້ຮູ້ວ່າ: ຄະນະພະນັກງານຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີລາວ ມາເຮັດວຽກຢູ່ຫວຽດນາມ ແລະ ມາຢ້ຽມຢາມນະຄອນ ໂຮ່ຈິມິນ ເພື່ອແນໃສ່ຊອກຮູ້, ຮ່ຳຮຽນເອົາບົດຮຽນ ກ່ຽວກັບບັນດານະໂຍບາຍ ຊຸກຍູ້ ການພັດທະນາວິທະຍາສາດ - ເຕັກໂນໂລຢີ ແລະ ໃນຂົງເຂດຊັບສິນທາງປັນຍາ, ເຊິ່ງ ນະຄອນ ໂຮ່ຈິມິນ ແມ່ນໜຶ່ງໃນບັນດາທ້ອງຖີ່ນນຳໜ້າຂອງ ຫວຽດນາມ. ທ່ານ ສູນດາລາ ສຸລິອຸດົງ ສະແດງຄວາມມຸ່ງມາດປາຖະໜາວ່າ ໃນໄລຍະທີ່ຈະມາເຖິງ ຈະສືບຕໍ່ໄດ້ຮັບການໜູນຊ່ວຍ, ຊ່ວຍເຫຼືອຂອງນະຄອນ ໂຮ່ຈິມິນ ຕໍ່ບັນດາຂົງເຂດການພັດທະນາຂອງລາວ, ໃນນັ້ນ, ມີຂົງເຂດການພັດທະນາວິທະຍາສາດ - ເຕັກໂນໂລຢີ.

ທີ່ການເຮັດວຽກ, ສອງຝ່າຍໄດ້ມີການແລກປ່ຽນ ກ່ຽວກັບບັນດານະໂຍບາຍ ໜູນຊ່ວຍ ພັດທະນາຂົງເຂດວິທະຍາສາດ - ເຕັກໂນໂລຢີ ຂອງນະຄອນ ໂຮ່ຈິມິນ (ພິເສດ ໃນໄລຍະ 2016-2020); ລະບົບບໍລິຫານລັດ ກ່ຽວກັບວຽກງານຊັບສິນທາງປັນຍາ, ນະໂຍບາຍໜູນຊ່ວຍການພັດທະນາຊັບສິນທາງປັນຍາ ທີ່ນະຄອນ ໂຮ່ຈິມິນ.

ຕອບກັບ

ຂ່າວ/ບົດ​ອື່ນ