ການນຳປະເທດຕ່າງໆສົ່ງສານອວຍພອນປະທານປະເທດ,ນາຍົກລັດຖະມົນຕີ,ປະທານສະພາແຫ່ງຊາດຫວຽດນາມ

ການນຳປະເທດຕ່າງໆສົ່ງສານອວຍພອນປະທານປະເທດ,ນາຍົກລັດຖະມົນຕີ,ປະທານສະພາແຫ່ງຊາດຫວຽດນາມ - ảnh 1
ບັນ​ດາການ​ນຳ​ຫວຽດ​ນາມ (ພາບ​ປ​ະ​ກ​ອບ: Zing)

(vovworld) - ເນື່ອງ​ໃນ​ໂອ​ກາດ​ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຮັບ​ດຳ​ລົງ​ຕຳ​ແໜ່ງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສ. Armenia Serzh Sargsyan, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສ.ຈີ​ເລ Michelle Bachelet, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ Nicplas Maduro, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສ. Panama, Juan Carlos Valera Rodriguez ໄດ້​ສົ່ງ​ສາ​ນວອຍ​ພອນ.

        ເນື່ອງ​ໃນ​ໂອກ​າດ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຮັບ​ດຳ​ລົງ​ຕຳ​ແໜ່ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອົດ​ສະ​ຕາ​ລີ Malcolm Rurnbull, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Ireland Enda Kenny, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ບຸນ​ກາ​ຣີ Boyko Borissov, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອາ​ເຊັກ​ໄບ​ຢານ Artur Rasi zade, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຊັກ​ເບຍ Aleksandar Vucic ໄດ້​ສົ່ງ​ສານອວຍ​ພອນ.

        ເນື່ອງ​ໃນ​ໂອກ​າດ​ທ່ານນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິ​ມ​ເງິນ ຮັບ​ດຳ​ລົງ​ຕຳ​ແໜ່ງ, ທ່ານ​ປະ​ທານ​ສະ​ພາ​ສູງ​ອິນ​ໂດ​ເນ​ເຊຍ Irman Gusman, ທ່ານ​ປະ​ທານສະ​ພາ​ແຫ່ງ​ຊາດ​ສ.ຕວກ​ກີ Ismail Kahraman, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແມ່​ຍິງ ແລະ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ​ສ.ເວ​ເນ​ຊູ​ເອ​ລາ Gladys Requena, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​​ພົວ​ພັນຕ່າງ​ປະ​ເທດອາ​ຊ​ີ - ປາ​ຊີ​ຟິກ, ສະ​ມາ​ຊິກ​ສະ​ພາ​ສູງ​ສະ​ຫະ​ພັນ​ເມກ​ຊີ​ໂກ Teofilo Torres Corzo ແລະ ທ່ານ​ປະ​ທານ​ກຳ​ມະ​ທິ​ການ​ສະ​ພາ​ຕ່ຳ​​ເມັກ​ຊີ​ໂກ Giorganna Jimenez Victor Manual ໄດ​້​ສົ່ງ​ສານອວຍ​ພອນ.

        ໃນ​ບັນ​ດາ​ສານອວຍ​ພອນ, ການ​ນຳ​ຂັ້ນ​ສູງ​ປະ​ເທດ​ຕ່າງໆ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ການ​ພົວ​ພ​ັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ດີ​ງາ​ມ.

ຂ່າວ/ບົດ​ອື່ນ