ການນຳປະເທດຕ່າງໆສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງການນຳ ຫວຽດນາມ ຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ໂດ໊ເມື່ອຍ

(VOVWORLD) - “ໂດຍຕາງໜ້າໃຫ້ປະຊາຊົນ ແລະ ລັດຖະບານ ກູບາ, ຂ້າພະເຈົ້າຂໍຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈທີ່ສຸດຊືງຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ

ການນຳບັນດາປະເທດ ກູບາ, ໄທ, ຍີ່ປຸ່ນ, ສ. ເກົາຫຼີ ແລະ ການນຳພັກກອມມູນິດ ເກຼັກ ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງການນຳ ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ປະຊາຊົນ ຫວຽດນາມ ແລະ ຄອບຄົວທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.

        ໃນນັ້ນ, ທ່ານ Miguel Diaz Canel, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີປະເທດ ສ. ກູບາ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງຮັກສາການປະທານປະເທດ ດັ້ງທິງອັກທິ້ງ. ເນື້ອໃນໂທລະເລກມີຕອນຂຽນວ່າ: “ໂດຍຕາງໜ້າໃຫ້ປະຊາຊົນ ແລະ ລັດຖະບານ ກູບາ, ຂ້າພະເຈົ້າຂໍຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈທີ່ສຸດຊືງຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ. ພວກຂ້າພະເຈົ້າຍາມໃດກໍ່ຈົດຈຳການປະກອບສ່ວນຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໃຫ້ແກ່ການພັດທະນາຂອງການພົວພັນປະຫວັດສາດມິດຕະພາບ ແລະ ຖານອ້າຍນ້ອງອັນຍາວນານລະຫວ່າງ ຫວຽດນາມ ແລະ ກູບາ.”

        ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ໄທ ປຣາຢຸດ ຈັນໂອຊາ ກໍ່ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. ແລະ ກໍ່ໃນວັນດຽວກັນ, ລັດຖະມົນຕີມົນຕີການຕ່າງປະເທດ ໄທ ກໍ່ໄດ້ສົ່ງໂທລະເລກມາຍັງລັດຖະມົນຕີການຕ່າງປະເທດ ຫວຽດນາມ. ໃນໂທລະເລກ, ການນຳໄທ ໄດ້ຕີລາຄາສູງບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໃຫ້ແກ່ພາລະກິດແຫ່ງການປ່ຽນແປງໃໝ່ຂອງ ຫວຽດນາມ ແລະ ສ້າງພື້ນຖານຢ່າງໝັ້ນຄົງໜັກແໜ້ນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ໄທໃນປະຈຸບັນ.

        ການນຳ ຍີ່ປຸ່ນ ກໍ່ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງການນຳ ຫວຽດນາມ, ໃນໂທລະເລກໄດ້ຂຽນວ່າ: ການນຳ ຍີ່ປຸ່ນ ໄດ້ຕີລາຄາທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ແມ່ນການນຳຜູ້ທີ່ມີຄວາມປີຊາສາມາດ, ມີຄຸນງາມຄວາມດີອັນໃຫຍ່ຫຼວງໃນການພັດທະນາປະເທດ ຫວຽດນາມ, ສະຫງວນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຕໍ່ການພັດທະນາໃນການພົວພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

        ການນຳ ສ. ເກົາຫຼີ; ຄະນະບໍລິຫານງານສູນກາງພັກກອມມູນິດ ເກຼັກ, ການນຳ ມຽນມາ ກໍ່ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ປະຊາຊົນ ຫວຽດນາມ ແລະ ຄອບຄົວທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ເຊັ່ນດຽວກັນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ