ການນຳພັກ, ລັດ, ສະພາແຫ່ງຊາດຫວຽດນາມຕ້ອນຮັບຄະນະຜູ້ແທນປະເທດຕ່າງໆທີ່ໄດ້ມາຮ່ວມພິທີສົບທ່ານເຈີນດ້າຍກວາງ

(VOVWORLD) -ຕອນເຊົ້າວັນທີ 26 ກັນຍາ, ທີ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດລາວໂດຍທ່ານຮອງປະທານປະເທດລາວ ພັນຄຳ ວິພາວັນ ນຳໜ້າມາຮ່ວມພິທີສົບທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ
ການນຳພັກ, ລັດ, ສະພາແຫ່ງຊາດຫວຽດນາມຕ້ອນຮັບຄະນະຜູ້ແທນປະເທດຕ່າງໆທີ່ໄດ້ມາຮ່ວມພິທີສົບທ່ານເຈີນດ້າຍກວາງ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ແລະ ທ່ານຮອງປະທານປະເທດລາວ ພັນຄຳ ວິພາວັນ 

ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຂອບໃຈຕໍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ແນວລາວສ້າງຊາດທີ່ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການເຖິງແກ່ມໍລະນະກຳຂອງທ່ານປະທານປະເທດເຈີນດ້າຍກວາງ, ພິເສດລາວໄດ້ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງໂດຍ ທ່ານຮອງປະທານປະເທດລາວ ພັນຄຳ ວິພາວັນ ນຳໜ້າມາຮ່ວມພິທີສົບ. ຫວຽດນາມໄດ້ຕີລາຄາສູງເລື່ອງລາວໄດ້ໄວ້ທຸກລະດັບຊາດ 2 ວັນ, ຊຶ່ງສະແດງໃຫ້ເຫັນສາຍພົວພັນມິດຕະພາບແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2     ປະເທດ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບພັກ, ລັດ ແລະ ປະຊາຊົນລາວເພື່ອຮັກສາ ແລະ ເສີມສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ-ລາວໃຫ້ນັບມື້ນັບດີຍິ່ງໆຂຶ້ນ.

    ແລະ ກໍໃນຕອນບ່າຍວັນດຽວກັນ, ທ່ານນາງ ດັ້ງທິງອກທິ້ງ, ຜູ້ຮັກສາການປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາສູງ ເບລາຣຸດ Myasnikovich ທີ່ມາຮ່ວມພິທີສົບທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ.

        ສ່ວນໃນຕອນບ່າຍວັນທີ 26 ກັນຍາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາ ດູມາແຫ່ງຊາດລັດເຊຍ Epifanova ທີ່ມາຮ່ວມພິທີສົບທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ.

ຕອບກັບ

ຂ່າວ/ບົດ​ອື່ນ