ການນຳພັກ, ລັດ ອວຍພອນປີໃໝ່ປະຊາຊົນບັນດາທ້ອງຖິ່ນຕ່າງໆ

(VOVWORLD) -ຕອນເຊົ້າວັນທີ 24 ມັງກອນ, ຄະນະປະຕິບັດງານ ຂອງສະພາແຫ່ງຊາດ ໂດຍທ່ານນາງ ຫວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ນຳໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນປີໃໝ່ ໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ຄອບຄົວທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ ແຂວງເຮົ້າຢາງ.
ການນຳພັກ, ລັດ ອວຍພອນປີໃໝ່ປະຊາຊົນບັນດາທ້ອງຖິ່ນຕ່າງໆ - ảnh 1  ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມດ້ວຍຄະນະ ຢື້ຢາມຖາມຂ່າວບັນດາອະດີດນັກຮົບ, ຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພືຶ່ອຊາດ

ທີ່ຈຸດຕ່າງໆ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຢື້ຢາມຖາມຂ່າວບັນດາອະດີດນັກຮົບ, ຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພືຶ່ອຊາດ ແລະ ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ຈາລຶກບຸນຄຸນໃນການເສຍສະຫຼະຊີວິດອັນໃຫຍ່ຫຼວງ ຂອງບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ; ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລ ຕໍ່ການດຳລົງຊີວິດ ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.

ກໍ່ໃນຕອນເຊົ້າວັນທີ 24 ມັງກອນ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫວໍວັນເຖື໋ອງ ພ້ອມກັບຜູ້ຕາງໜ້າສູນກາງສະພາກາແດງ ຫວຽດນາມ, ແຂວງ ລ້າງເຊີນ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນຈຳນວນ 100 ຫໍ່ໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວທຸກຍາກ ຢູ່ບໍລິເວນເມືອງຊາຍແດນ ວັນລ໊າງ ແຂວງລ້າງເຊີນ.

ໃນລະຫວ່າງວັນທີ 23-24 ມັງກອນ, ທ່ານຮອງປະທານສະພາແຫ່ງຊາດ ໂດ໊ບ໊າຕິ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດ ແຂວງ ລາວກາຍ ໄດ້ໄປມອບຂອງຂັວນບຸນເຕັດ ປີກຸນ 2019 ໃຫ້ບັນດາກຳລັງປະກອບອາວຸດ ແລະ ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ ຢູ່ບໍລິເວນແຂວງລາວກາຍ.

ຕອບກັບ

ຂ່າວ/ບົດ​ອື່ນ