ການນຳພັກ, ລັດຖະບານຫວຽດນາມຕ້ອນຮັບທູດພິເສດຂອງປະທານາທິບໍດີສເກົາຫລີ

(VOVWORLD) - ຕອນບ່າຍວັນທີ 25 ພຶດສະພາ ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕ້ອນຮັບທ່ານ Park Won soon, ທູດພິເສດຂອງປະທານາທິບໍດີ ສເກົາຫລີ. 
ການນຳພັກ, ລັດຖະບານຫວຽດນາມຕ້ອນຮັບທູດພິເສດຂອງປະທານາທິບໍດີສເກົາຫລີ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕ້ອນຮັບທ່ານ Park Won soon

ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກວ່າ: ສເກົາຫລີ ແມ່ນຫນຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວຫນ້າກ່ຽວກັບດ້ານເສດຖະກິດ ການຄ້າ ແລະ ການລົງທຶນຂອງຫວຽດນາມ ແລະ ຖືວ່າ ຫວຽດນາມ ແລະ ສເກົາຫລີ ຄວນຊຸກຍູ້ການຮ່ວມມືຢ່າງແຫນ້ນແຟ້ນ, ມີປະສິດທິຜົນກວ່າອີກ. ທູດພິເສດ ຂອງປະທານາທິບໍດີ ສເກົາຫລີ ເນັ້ນຫນັກເຖິງຄວາມໄວ້ເນື້ອເຊື່ອໃຈກ່ຽວກັບດ້ານການເມືອງ ແມ່ນພື້ນຖານໝັ້ນຄົງໃຫ້ແກ່ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສອງປະເທດ. ທ່ານ Park Won soon ຕີລາຄາສູງການພັດທະນາຢ່າງແຮງຂອງການພົວພັນລະຫວ່າງຫວຽດນາມ ແລະ ສເກົາຫລີໃນທຸກຂົງເຂດໃນໄລຍະຜ່ານມາ ພ້ອມທັງຢືນຢັນຈະສືບຕໍ່ແບ່ງປັນຫລັກໝັ້ນ ແລະ ທັດສະນາກັບຫວຽດນາມ ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ການນຳພັກ, ລັດຖະບານຫວຽດນາມຕ້ອນຮັບທູດພິເສດຂອງປະທານາທິບໍດີສເກົາຫລີ - ảnh 2 ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກຕ້ອນຮັບທ່ານ Park Won soon, ທູດພິເສດຂອງປະທານາທິບໍດີ ສເກົາຫລີ. 


ໃນວັນດຽວກັນ, ທີ່ການຕ້ອນຮັບທ່ານ Park Won soon, ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ຢືນຢັນ: ການຮ່ວມມືອັນດີງາມລະຫວ່າງຫວຽດນາມ ແລະ ສເກົາຫລີ ໃນ 25 ປີຜ່ານມາ ບໍ່ພຽງແຕ່ເພື່ອຜົນປະໂຫຍດ, ຄວາມມຸ້ງມາດປາດຖະຫນາຂອງປະຊາຊົນສອງປະເທດເທົ່ານັ້ນ ຫາກຍັງປະກອບສ່ວນແທດຈິງເຂົ້າໃນສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນຢູ່ພາກພື້ນ ແລະ ໂລກອີກດ້ວຍ. ລັດຖະບານຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ສເກົາຫລີ ມາລົງທຶນຢູ່ຫວຽດນາມ. 


ຕອບກັບ

ຂ່າວ/ບົດ​ອື່ນ