ການນຳພັກ, ລັດເຂົ້າຮ່ວມລາຍການໂທລະພາບຖ່າຍທອດສົດສະເຫຼີມສະຫຼອງ70ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊາດ

(VOVWORLD) - ລາຍການສະແດງຄວາມຮູ້ບຸນຄຸນຂອງຄົນລຸ້ນປະຈຸບັນ ທີ່ມີຕໍ່ບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ແຕ່ລະພາກໃນລາຍການສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຊອກໄດ້ຊື່, ອາຍຸ, ທີ່ຢູ່ຂອງບັນດານັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດ
ການນຳພັກ, ລັດເຂົ້າຮ່ວມລາຍການໂທລະພາບຖ່າຍທອດສົດສະເຫຼີມສະຫຼອງ70ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊາດ - ảnh 1 ການນຳພັກ, ລັດເຂົ້າຮ່ວມລາຍການໂທລະພາບຖ່າຍທອດສົດສະເຫຼີມສະຫຼອງ70ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊາດ

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ), ຕອນຄ່ຳວັນທີ 26 ກໍລະກົດ, ລາຍການໂທລະພາບຖ່າຍທອດສົດດ້ວຍຫົວຂໍ້ “ຮູບຊົງ ຫວຽດນາມ” ໄດ້ຮັບການຈັດຕັ້ງຢູ່ບັນດາສະຖານທີ່ປະຫວັດສາດ ທີ່ຕິດພັນກັບການເສຍສະຫຼະຊີວິດຢ່າງພິລະອາດຫານ ແລະ ມູນເຊື້ອການປະຕິວັດຂອງຊາດຄື: ອະນຸສາວາລີບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ບັກເຊີນ, ຮ່າໂນ້ຍ; ວິຫານອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດ ເບັ໋ນເຢືອກ, ນະຄອນ ໂຮ່ຈີມິນ; ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ 27 ກໍລະກົດ, ແຂວງ ທ໋າຍງວຽນ; ເຂດປູຊີນີຍະສະຖານພິເສດແຫ່ງຊາດພິເສດກຳແພງເກົ່າ ກວາງຈິ້. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບການນຳພັກ, ລັດ, ບັນດາກະຊວງ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນສູນກາງ, ທ້ອງຖິ່ນ, ບັນດາພະນັກງານປະຕິວັດຜູ້ອາວຸໂສ, ທະຫານເຈັບປ່ວຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ແມ່ ຫວຽດນາມ ວິລະຊົນ ໄດ້ເຂົ້າຮ່ວມບັນດາສະຖານທີ່ຖ່າຍທຳ.

ການນຳພັກ, ລັດເຂົ້າຮ່ວມລາຍການໂທລະພາບຖ່າຍທອດສົດສະເຫຼີມສະຫຼອງ70ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊາດ - ảnh 2 ພາບປະກອບ

        ລາຍການສະແດງຄວາມຮູ້ບຸນຄຸນຂອງຄົນລຸ້ນປະຈຸບັນ ທີ່ມີຕໍ່ບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ແຕ່ລະພາກໃນລາຍການສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຊອກໄດ້ຊື່, ອາຍຸ, ທີ່ຢູ່ຂອງບັນດານັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດ, ແຕ່ມຸ່ງຫວັງເທົ່ານັ້ນບໍ່ທັນຕອບສະໜອງໄດ້ເທື່ອ. ພົນຕີ ຄວດຢູຍຕ໋ຽນ, ເຄີຍຕໍ່ສູ້ຢູ່ສະໜາມຮົບ ກວາງຈີ້, ໄດ້ແບ່ງປັນວ່າ:

        “ປີ 1972, ຈັກກະພັດ ອາເມລິກາ ໄດ້ທຳລາຍກຳແພງເກົ່າ ກວາງຈິ້. ປະຈຸບັນ, ຢູ່ໃຕ້ພື້ນດິນແຫ່ງນີ້ ແມ່ນອັດຖິຂອງນັກຮົບ, ພໍ່ແມ່ປະຊາຊົນຫຼາຍໆຄົນ. ຄວາມລົ້ມຫາຍຕາຍຈາກແມ່ນສູງທີ່ສຸດ, ສົງຄາມດຸເດືອດທີ່ສຸດ. ມີແຕ່ຮູ້ສຶກອີຕົນອ້າຍນ້ອງນັກຮົບເທົ່ານັ້ນ.”

        ສ່ວນທ່ານ ນີງດຶກທ໋າຍ, ຢູ່ຮ່າໂນ້ຍ, ມີຄວາມສະເທືອນໃຈເມື່ອຮູ້ຂ່າວວ່າໄດ້ຊອກເຫັນອັດຖິລູກຊາຍຂອງຕົນແມ່ນນັກຮົບ ນີງດືກເອີນ ຢູ່ສະໜາມບິນ ບຽນຮ່ວາ, ແຂວງ ດົ່ງນາຍ:

        “ລູກຂອງຂ້າພະເຈົ້າໄດ້ເສຍສະຫຼະຊີວິດແລ້ວ. ຢາກໄປຊອກຫາ ແລະ ໄດ້ຊອກຫາຢູ່ຫຼາຍບ່ອນ ແຕ່ບໍ່ຊອກເຫັນເທື່ອ. ແຕ່ມື້ນີ້, ໄດ້ຮັບຂ່າວວ່າອັດຖິລູກຂອງຂ້າພະເຈົ້າໄດ້ຊອກເຫັນຢູ່ ດົ່ງນາຍ ແລ້ວ. ຂ້າພະເຈົ້າຮູ້ສຶກສະເທືອນໃຈທີ່ສຸດ.”

ຕອບກັບ

ຂ່າວ/ບົດ​ອື່ນ