ການນຳພັກ,ລັດຕ້ອນຮັບທ່ານນາຍົກລັດຖະມົນຕີສິງກະໂປຫລີຊຽນຫລົງ

ການນຳພັກ,ລັດຕ້ອນຮັບທ່ານນາຍົກລັດຖະມົນຕີສິງກະໂປຫລີຊຽນຫລົງ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ  ຕ້ອນ​ຮັບທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫລີ​ຊຽນ​ຫລົງ


(vovworld)- ວັນ​ທີ 23/3, ທີ່​ການ​ຕ້ອນ​ຮັບ​​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫລີ​ຊຽນ​ຫລົງ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ການ​ເຈ​ລະ​ຈາ​ລະ​ຫວ່າ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ, ສະ​ເຫນີ ສິງ​ກະ​ໂປ ຫນູນ​ຊ່ວຍ ​ຫວຽດ​ນາມ ຍົກ​ສູງ​ຄຸນ​ນະ​ພາບ​ຫລັກ​ອະ​ນາ​ໄມ​ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ, ຜ່ານນັ້ນ ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ຫວຽດ​ນາມ ແຊກ​ຊືມ​ເຂົ້າ​ຕະ​ຫລາດ ສິງ​ກະ​ໂປ ແລະ ຈາກ​ສິງ​ກະ​ໂປ​ໄປ​ຍັງ​ບັນ​ດາ​ປະ​ເທດ​ອື່ນ. ພ້ອມ​ທັງ ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ ສິງ​ກະ​ໂປ ສືບ​ຕໍ່​ເປີດກວ້າງ, ລົງ​ທຶນກໍ່​ສ້າງ​ບັນ​ດາ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ, ເຂດ​ອຸດ​ສາ​ຫະ​ກຳ ຊອບ​ແວ​ຢູ່​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຢືນ​ຢັນ ຈະ​ສະ​ຫນັບ​ສະ​ຫນູນ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ໃຫ້​ຫວຽດ​ນາມ ຈັດ​ຕັງ​ກອງ​ປະ​ຊຸມ​ສຸດຍອດ APEC ຄັ້ງ​ທີ 25 ຢູ່ ດາ​ຫນັງ​ປະ​ສົບ​ຜົນ​ສຳ​ເລັດ. ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫລີ​ຊຽນ​ຫລົງ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນາງ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ. ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ພັນ​ລະ​ຍາ​ໄດ້​ຈັດ​ງານ​ລ້ຽງ​ຮັບ​ຮອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫລີ​ຊຽນ​ຫລົງ ແລະ ພັນ​ລະ​ຍາ ພ້ອມດ​້ວຍ​ຄະ​ນະ​ຜູ້​ແທນ​ສິງ​ກະ​ໂປ.




ຂ່າວ/ບົດ​ອື່ນ