ການນຳພັກ,ລັດຕ້ອນຮັບລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດປະຕິວັດກູບາ

ການນຳພັກ,ລັດຕ້ອນຮັບລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດປະຕິວັດກູບາ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ຕ້ອນ​ຮັບລັດ​ຖະ​ມົນ​ຕີ​ກະ​ຊວງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ປະ​ຕິ​ວັດ
ກູ​ບາ Leopoldo Cintra Frias

(vovworld)-  ​ວັນ​ທີ 23/3 ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຕິ​ວັດ ກູ​ບາ ໂດຍ​ພົນ​ໂທ Leopoldo Cintra Frias, ລັດ​ຖະ​ມົນ​ຕີ​ກະ​ຊວງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ປະ​ຕິ​ວັດ ກູ​ບາ ນຳ​ຫນ້າ ມາ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ​ຂອງ​ຄະ​ນະ​ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ກາ​ນ​ຮ່ວມ​ມື​ຮອບ​ດ້ານ, ຄວາມ​ສາ​ມັກ​ຄີ​ບໍ​ລິ​ສຸດ​ຜຸດ​ຜ່ອງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ, ປະ​ຊາ​ຊົນ​ສອງ​ປະ​ເທດ ພິ​ເສ​ດ​ລະ​ຫວ່າງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ສອງ​ປະ​ເທດ ຫວຽດ​ນາມ -ກູ​ບາ. ທ່ານ​ພົນ​ໂທ Leopoldo Cintra Frias ຖື​ວ່າ ບັນ​ດາ​ຜົນ​ງານ​ຊື່ງ​ຫວຽດ​ນາມ ຍາດ​ມາ​ໄດ້​ໃນ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່, ສ້າງສົງ​ຄົມ​ນິ​ຍົມ ແມ່ນ​ບົດ​ຮຽນ​ອັ​ນ​ລ້ຳ​ຄ່າ​ເພື່ອ​ໃຫ້​ປະ​ຊາ​ຊົນ ກູ​ບາ ທາບ​ທາມ​ໃນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ແນວ​ທາງ ອັບ​ເດັດ ຮູບ​ແບບ​ພັດ​ທະ​ນາ​ເສດ​ຖະ​ກິດ  ສັງ​ຄົມ. ທ່ານ Leopoldo Cintra Frias ເຊື່ອ​ໝັ້ນ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ຍາດ​ໄດ້​ໄຊ​ຊະ​ນະ​ອັນ​ໃຫຍ່​ຫລວງກວ່າ​ອີກ​ໃນ​ພາ​ລະ​ກິດ​ປ່ຽນ​ໃຫມ່​ໂດຍ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ລິ​ເລີ່ມ ແລະ ນຳ​ພາ​ໃນ​ກວ່າ 30 ປີ​ຜ່ານ​ມາ.

ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ກໍ່​ໄດ້​ຕ້ອນ​ຮັບ​ຄະ​ນ​ະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຕິ​ວັດ​ກູ​ບາ. ທ່ານ​ປ​ະ​ທານ​ປະ​ເທດ ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຫລາຍ​ດ້ານຢ່າງ​ແຫນ້ນ​ແຟ້ນ​ລະ​ຫວ່າງ​ກະ​ຊວງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຕິ​ວັດ ກູ​ບາ ກັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ​ໃນ​ໄລ​ຍະ​ຜ່ານ​ມາ ພ້ອມ​ທັງ​ຢືນ​ຢັນ​ຈະ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ການ​ພົວ​ພັນ​ປ້ອງ​ກັນ​ຊາດ​ລະ​ຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ພັດ​ທະ​ນາ.


ຕອບກັບ

ຂ່າວ/ບົດ​ອື່ນ