ການນຳພັກ,ລັດລາວຕ້ອນຮັບຄະນະຜູ້ແທນຂັ້ນສູງຫວຽດນາມ

ການນຳພັກ,ລັດລາວຕ້ອນຮັບຄະນະຜູ້ແທນຂັ້ນສູງຫວຽດນາມ - ảnh 1
(ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສປປ ລາວ ຈູມມາ​ລີ ​ໄຊ​ຍະ​ສອນ
ຕ​ອນ​ຮັບ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ)


(vovworld) - ໂດຍ​ຮັບຄຳ​ເຊີນ​ຂອງ​ພັກ, ລັດ​ລາວ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ຫວຽດນາມ ​ໂດຍ​ທ່ານ ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ນຳ​ໜ້າ ​ໄດ້​ໄປ​ລາວ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນຊາດ ປະ​ເທດ ສປປ ລາວ (2/12/1975-2/12/2015). ວັນ​ທີ 1/12, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສປປ ລາວ ຈູມມາ​ລີ ​ໄຊ​ຍະ​ສອນ; ທ່ານ​ນາຍົກລັດຖະມົນຕີ ທອງສິງ​ ທຳ​ມະ​ວົງ; ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ປານີ ຢາ​ທໍ່​ຕູ້ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ.

ທີ່​ການ​ພົບ​ປະ​ຕ່າງໆ, ທ່ານ​ເລ​ຮົ່ງ​ແອ​ງ ​ໄດ້​ອວຍພອນ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ​ເຊິ່ງພັກ, ລັດ ​ແລະ ປະຊາຊົນ ​ລາວ​ຍາດ​ມາ​ໄດ້​ໃນ 40 ປີຜ່ານມາ, ພິ​ເສດ​ແມ່ນ​ໃນ 30 ປີ ​ແຫ່ງ​ການ​ດຳ​ເນີນ​ພາລະກິດ​ປ່ຽນ​​ໃໝ່​ປະ​ເທດ​ຊາດ, ​ເນັ້ນ​ໜັກ​ວ່າ, ບັນດາ​ໄຊຊະນະ​ອັນ​ໃຫຍ່​ຫຼວງ​ນັ້ນ ​ແມ່ນ​ປະຖົມ​ປັດ​ໃຈ​ອັນໝັ້ນຄົງ​ເພື່ອ​ນຳພາ​ລະ​ກິດ​ປ່ຽນ​ໃໝ່​ຢູ່​ລາວ​ກ້າວ​ ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່, ພ້ອມ​ທັງ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກພື້ນ ​ແລະ ຢູ່​ໃນ​ໂລກ. ທ່ານ​ເລ​ຮົ່ງ​ແອງ ຢືນ​ຢັນ​ວ່າ, ສາຍ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ລາວ ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ້າ​ຂອງ 2 ຊ​າດ, ບໍ່​ວ່າໃນ​ສະ​ພາບ​ໃດ, ຫວຽດ​ນາມ ກໍ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ພ້ອມ​ກັບ​ລາວ ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບດ​້ານ​ລະ​ຫວ່າງ​ຫວຽດ​ນາມ ລາວ ໃຫ້ເລິກ​ເຊິ່ງ, ກວ້າງ​ຂວາງ.

      ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ຈູມ​ມາ​ລີ ໄຊ​ຍະ​ສອນ​; ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ສິງ​ທຳ​ມະ​ວົງ; ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ປາ​ນີ ຢາ​ທໍ່​ຕູ້, ຢືນ​ຢັນ​ວ່າ, ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ ຍາ​ມ​​ໃດ​ກໍ​ຮັກ​ສາ​ການ​ພົວ​ພັນ​ສາ​ມັກ​ຄີ​ແບ​ບ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ - ລາວ ແລະ ພ​້ອມ​ກັບ​ຫວຽດ​ນາມ ເພີ່​ມ​ພ​ູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ນີ້​ໃຫ້​ຂຽວ​ສົດ​ງົດ​ງາມ, ໝັ້ນ​ຄົງ​ຂະ​ໜົງ​ແກ່ນ​ໄປ​ຊົ່ວ​ກາ​ລະ​ນານ.

ຂ່າວ/ບົດ​ອື່ນ