ການນຳພັກ,ລັດຫວຽດນາມສົ່ງໂທລະເລກອວຍພອນວັນຊາດລາວ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 42 ປີແຫ່ງວັນຊາດສປປ.ລາວ (02 ທັນວາ 1975 – 02 ທັນວາ 2017)

ການນຳພັກ,ລັດຫວຽດນາມສົ່ງໂທລະເລກອວຍພອນວັນຊາດລາວ - ảnh 1 (ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,

ປະທານປະເທດສປປ.ລາວ ບຸນຍັງ ວໍລະຈິດ)

ວັນທີ 01 ທັນວາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດສປປ.ລາວ ບຸນຍັງ ວໍລະຈິດ; ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ.

        ໃນໂທລະເລກອວຍພອນມີຕອນຂຽນວ່າ.

        “ພວກຂ້າພະເຈົ້າມີຄວາມພາກພູມໃຈເມື່ອເຫັນວ່າ, ໃນໄລຍະຜ່ານມາ ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ສັດຊື່ບໍລິສຸດຜຸດຜ່ອງ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ ໄດ້ຮັບການປັບປຸງ ແລະ ພັດທະນາ, ນັບມື້ນັບມີປະສິດທິຜົນ ແລະ ແທດຈິງ, ຕອບສະໜອງໄດ້ຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດພວກເຮົາ.

ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈະພ້ອມກັບພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ອ້າຍນ້ອງ ຕັດສິນໃຈຮັກສາ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ”.

ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານລັດຖະມົນຕີການຕ່າງປະເທດສປປ.ລາວ ສະເລີມໄຊ ກົມມະສິດ. ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວາງບິ່ງກວນ ກໍ່ສົ່ງໂທລະເລກອວຍພອນເຖິງທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສູນທອນ ໄຊຍະຈັກ.

ຕອບກັບ

ຂ່າວ/ບົດ​ອື່ນ