ການ​ນຳ​ລັດ​ຖະ​ບານ,ສະພາແຫ່ງຊາດຫວຽດ​ນາມຕ້ອນຮັບຄະນະຜູ້ແທນສະຫະພັນສະຫະກອນສາກົນ

ການ​ນຳ​ລັດ​ຖະ​ບານ,ສະພາແຫ່ງຊາດຫວຽດ​ນາມຕ້ອນຮັບຄະນະຜູ້ແທນສະຫະພັນສະຫະກອນສາກົນ - ảnh 1
ຄະ​ນະ​ໄດ້​ຖ່າຍ​ຮູບ​ທີ​່​ລະ​ນຶກ​ພາຍຫຼັງ​ການ​ພົບ​ປະ

(vovworld) -  ຕອນ​ບ່າຍ, ວັນ​ທີ 20/4 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບທ່ານ Li Chunseng, ປະ​ທານ​ສະ​ຫະ​ພັນ​ສະ​ຫະ​ກອນ​ສາ​ກົນ​ເປັນ​ຫົວ​ໜ້າ​ຄະ​ນະ, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສະ​ຫະ​ກອນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ຄັ້ງ​ທີ 10 ໄດ້​ຈັດ​ຕັ້ງ​ຢູ່ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຢຶນ​ຢັນ​ວ່າ: ຜ່ານກອງ​ປະ​ຊຸມ​ຄັ້ງ​ນີ້ ຫວຽດ​ນາມ ຮ່ຳ​ຮຽ​ນ​ເອົາ​ບົດ​ຮຽນ​ຫລາຍ​ຢ່າງ​ຈາກ​ບັນ​ດາ​ປະ​ເທດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ສະ​ຫະ​ກອນ.  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫ​ນີ: ສະ​ຫະ​ພັນ​ສະ​ຫະ​ກອນ​ສາ​ກົນ ຫ​ນູນ​ຊ່ວຍ​ບັນ​ດາ​ສ​ະ​ຫະ​ກອນ​ຫວຽດ​ນາມ ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ, ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ເພື່ອ​ແຊກ​ຊືມ​ເຂົ້າ​ຕະ​ຫລາດ​ສາ​ກົນ. 

ກ່ອນ​ຫ​ນ້ານັ້ນ, ຕອນ​ເຊົ້າ​ວັນ​ດຽວ​ກັນ ທີ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ອວງ​ຈູ​ລືວ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ຫະ​ພັນ​ສະ​ຫະ​ກອນສາ​ກົນ​ໂດຍ Li Chunseng, ປະ​ທານ​ສະ​ຫະ​ພັນ​ສະ​ຫະ​ກອນ​ສາ​ກົນ​ເປັນ​ຫົວ​ໜ້າ​ຄະ​ນະ. ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລືວ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ເນື້ອ​ໃນ ແລະ ໂຄງ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະ​ຊຸມ ແລະ ຖື​ວ່າ ນີ້​ແມ່ນ​ໂອ​ກາດ​ສຳ​ຄັນ​ເພື່ອ​ໃຫ້ ຫວຽດ​ນາມ ຮ​່ຳ​ຮຽນ​ເອົາ​ບົດ​ຮຽນ​ຂອງ​ບັນ​ດາ​ປະ​ເທດ​ໃນ​ການ​ສ້າງ​ສາ, ພັດ​ທະ​ນາ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສະ​ຫະ​ກອນ​​ເພື່ອ​ພັດ​ທະ​ນາ​ພື້​ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ​ໃຫ້ດີ​ກ່​ວາ​ອີກ. ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ສະ​ເໜີ​ໃຫ້​ສະ​ຫະ​ພັນ​ສະ​ຫະ​ກອນ​ສາ​ກົນ​ສືບ​ຕໍ່​ໜ​ູນ​ຊ່ວຍ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ບັນ​ດາ​ສະ​ຫະ​ກອນ ຫວຽດ​ນາມ, ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ ຫວຽດ​ນາມ ​ແຊກ​ຊຶມເຂົ້າ​​ເລິກບັນ​ດາ​ຕະຫຼາ​ດ​ພາກ​ພື້ນ ແລະ ສາ​ກົນ, ໜູນ​ຊ່ວຍດ້ານ​ເຕັກ​ນິກ, ນັກ​ຊ່ຽວ​ຊານ​ຊ່ວຍ​ໃຫ້ ຫວຽດ​ນາມ ປ່ຽນ​ໃໝ່, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ​ເຂົ້າ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ, ຊຸກ​ຍູ້​ການ​ດຳ​ເນີນ​ທຸ​ລະ​ກິດ​ແບບ​ຍືນ​ຍົງ.

        ທ່ານ Li Chunseng, ປະ​ທານ​ສະ​ຫະ​ພັນ​ສະ​ຫະ​ກອນ​ສາ​ກົນ ປາດ​ຖະ​ໜາ​ວ່າ ຫວຽດ​ນາມ ສືບ​ຕໍ່​ສະ​ໜັບ​ສະ​ໜູນ ແລະ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ຫະ​ພັນ​ສະ​ຫະ​ກອນ​ສາ​ກົນ, ຜ່ານນັ້ນ ໄດ້​ວາງ​ອອກ​ບັນ​ດາ​ລາຍ​ການ, ມາດ​ຕະ​ການ​ເຄື່ອນ​ໄຫວ​ເໝາະ​ສົມ, ປະ​ກອບ​ສ່ວນ​ຊຸກ​ຍູ້​ສັນ​ຕິ​ພາບ, ຄວາມ​ສະ​ຫງົບ, ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.


ຕອບກັບ

ຂ່າວ/ບົດ​ອື່ນ