ການນຳລັດເຊຍແລະຢູແກຼນໂອ້ລົມທາງໂທລະສັບ

ການນຳລັດເຊຍແລະຢູແກຼນໂອ້ລົມທາງໂທລະສັບ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ມີ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ຄູ່​ຕຳ​ແໜ່ງ ຢູ​ແກຼນ Petro Poroshenko (ເບື້ອງຊ້າຍ)
(ພາບ: vietnamplus.vn)

(vovworld) - ວັນ​ທີ 27/11, ວັງ Kremlin ໃຫ້​ຮູ້​ວ່າ​: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ມີ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ຄູ່​ຕຳ​ແໜ່ງ ຢູ​ແກຼນ Petro Poroshenko ໃນ​ຕອນ​ບ່າຍ​ວັນ​ທີ 26/11, ເພື່ອປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສາຍ​ພົວ​ພັນ 2 ຝ່າຍກໍ່​ຄື​ສະ​ພາບ​ການ​ຢູ່​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢູ​ແກຼນ. ຕາມ​ບົດ​ລາຍ​ງານ​ຂອງວັງ Kremlin ແລ້ວ, ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ໄດ້​ດຳ​ເນີນ​ໄປ​ຕາມ​ຂໍ້​ລິ​ເລີ່ມ​ຂອ​ງ​ຝ່າຍ ຢູ​ແກຼ​ນ ໃນ​ສະ​ພາບ​ການ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ຍັງ​ຄົງ​ສືບ​ຕໍ່​ເກີດ​ຂຶ້ນ ໂດຍບໍ່​ຫົວ​ຊາ​ຕໍ່​ຂໍ້​ຕົ​ກ​ລົງ​ຢຸດ​ຍິງ​​ທີ່ບັນ​ລຸ​ໄດ້​ເມື່ອ​ເດືອນ 9 ຜ່ານ​ມາ​ຢູ່​ນະ​ຄອນຫຼວງ Minsk ຂອງ ເບ​ລາ​ຣຸດ ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ ກີ​ແອບ ກັບ​ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ​ຢູ່ ຢູ​ແກຼນ ຕາ​ເວັນ​ອອກ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບົດ​ລາຍ​ງານບໍ່​ໃຫ້​ຮູ້​ເນື້ອ​ໃນ​ລະ​ອຽດ​ຂອງ​ການ​ໂອ້​ລົມ​ສົນ​ທະ​ນາ​ເທື່ອ.


ຂ່າວ/ບົດ​ອື່ນ