ການນຳລາວຕີລາຄາສູງການປະກອບສ່ວນຂອງກຳລັງທະຫານອາສາສະໝັກແລະນັກຊ່ຽວຊານຫວຽດນາມຢູ່ລາວ

ການນຳລາວຕີລາຄາສູງການປະກອບສ່ວນຂອງກຳລັງທະຫານອາສາສະໝັກແລະນັກຊ່ຽວຊານຫວຽດນາມຢູ່ລາວ - ảnh 1
ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ

(vovworld) - ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ລາວ ແຕ່​ວັນ​ທີ 16 – 20/1, ຕາມ​ຄຳ​ເຊີນ​ຂອງ​ສະ​ຫະ​​ພັນ​ນັກ​ຮົບ​ເກົ່າ​ລາວ, ຄະ​ນະ​ຜູ້​ແທນ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ຢູ່​ລາວ ໂດຍ​ພົນຈັດ​ຕະ​ວາ ຮີ່ງ​ດັກ​ເຮືອງ, ຫົວ​ໜ້າ​ຄະ​ນະ​ຕິດ​ຕໍ​ພົວ​ພັນ​ທົ່ວ​ປະ​ເທດ, ອ​ະ​ດີດ​ກຳ​ມະ​ການ​ການ​ເມືອງກອງ​ບັນ​ຊາ​ການ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ຢູ່​ລາວ, ນຳ​ໜ້າ​ມີ​ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະ​ຈິດ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ປ​າ​ນີ ຢາ​ທໍ​ຕູ້, ທ່ານ​ປະ​ທານ​ແນວ​ລາວ​ສ້າງ​ຊາດ ໄ​ຊ​ສົມ​ພ​ອນ ພົມ​ວິ​ຫານ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, ກາ​ນ​ນຳ​ລາວ​ໄດ້​ເນັ້ນ​ໜັກ​ວ່າ ລາວ ແລະ ຫວຽດ​ນາມ ແມ່ນ 2 ປະ​ເທດ​ອ້າຍ​ນ້ອງ, ຍາມ​ໃດ​ກໍ່​ຮຽບ​ບ່າ​ຮຽບ​ໄ​ຫລ່​ນຳ​ກັນ​ໃນ​ໃນ​ການ​ຕໍ່​ສູ້​ຕ້​ານ​ສັດ​ຕູ​ຜູ້​ຮຸກ​ຮານ, ກໍ່​ຄື​ໃນ​ພາ​ລະ​ກິດສ້າງສາ, ພັດ​ທະ​ນາ​ປະ​ເທດ​ຊາດ. ໃນ​ນັ້ນ​ກຳ​ລັງ ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ​ ແມ່ນ​ສັນ​ຍາ​ລັກ​ອັນ​ສູງ​ສົ່ງ​ຂອງ​ນ້ຳ​ໃຈ​ຈິ​ດ​ໜຶ່ງ​ໃຈ​ດຽວ, ສັດ​ຊື່​ບໍ​ລິ​ສຸດຂອງ​ການ​ພົວ​ພັນ​ພິ​ເສດ ລາວ - ຫວຽດ​ນາມ.

        ພົນຈັດ​ຕະ​ວາ ຮີ່ງ​ດັກ​ເຮືອງ ຢັ້ງ​ຢືນ​ວ່າ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່​ຈົດ​ຈຳ​ບຸນ​ຄຸນ​ອັນ​ໃຫຍ່ຫຼວງ​ຂອງ​ທະ​ຫານ ແລະ ປະ​ຊາ​ຊົນ​ລາວ, ບັນ​ດາ​ຜູ້​ໄດ້​ອຸ້ມ​ສູ່​ຊ່ວຍ​ເຫຼືອ​ ​ທະ​ຫານ ແລະ ນັກ​ຊ່ຽວ​ຊານ ອາ​ສາ​ສະ​ໝັກ​ຂອງ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ