ການນຳສະຫະພັນແມ່ຍິງລາວ ຢ້ຽມຢາມນະຄອນ ດ່ານັ້ງ

ການນຳສະຫະພັນແມ່ຍິງລາວ ຢ້ຽມຢາມນະຄອນ ດ່ານັ້ງ - ảnh 1
ການ​ນຳ​ສະຫະພັນ​ແມ່ຍິງ​ລາວ ຢ້ຽມຢາມ​ນະຄອນ​ດ່າ​ນັ້ງ
(ພາບ: phunudanang.org.vn)


(vovworld) – ​ໃນ​ການ​​ມາປະຕິບັດງານ​ຢູ່​ນະຄອນ​ດ່າ​ນັ້ງ ​ແຕ່​ວັນ​ທີ 07 – 09/06, ຕອນ​ບ່າຍ​ວັນ​ທີ 07/06, ທ່ານ​ນາງ ສີ​ໄສ ລື​ເດດ​ມູນ​ສອນ, ກຳມະການ​ສູນ​ກາງ​ພັກ, ປະທານ​​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ​​ນຳ​​ໜ້າ​ຄະນະ​ປະຕິບັດ​ງານລາວ ​ມາເຮັດ​ວຽກ​ກັບ​ສະຫະ​ພັນ​ແມ່ນ​ຍິງ​ນະຄອນ​ດ່າ​ນັ້ງ. ທີ່​ການ​ຕ້ອງ​ຮັບ, ທ່ານ​ນາງ ​ໂດ້ທິກິມ​ແທງ, ປະທານ​ສະຫະພັນ​ແມ່ຍິງ​ນະຄອນ​ດ່າ​ນັ້ງ ​ໄດ້​ແຈ້ງ​ໃຫ້ຊາບສະພາບ​ການ​ເຄື່ອນ​ໄຫວ ​ແລະ ບັນດາ​ຜົນງານ​ດີ​ເດັນ​ຂອງ​ສະຫະພັນ​ແມ່ຍິງ​ນະຄອນ​ດ່າ​ນັ້ງ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ນາງ ສີ​ໄສ ລື​ເດດ​ມູນ​ສອນ ຕີ​ລາຄາ​ສູງ ​ແລະ ຍ້ອງຍໍຊົມ​ເຊີຍ​ບັນດາ​ຜົນງານ​ເຊິ່ງສະຫະພັນ​ແມ່ຍິງ​ນະຄອນ​ດ່າ​ນັ້ງ ບັນລຸ​ໄດ້ ​ແລະ ປາດ​ຖະໜາ​ວ່າສະຫະພັນ​ແມ່ຍິງ​ຫວຽດນາມ ​ເວົ້າ​ລວມ ​ແລະ ສະຫະພັນ​ແມ່ຍິງ​ນະຄອນ​ດ່າ​ນັ້ງ ​ເວົ້າ​ສະ​ເພາະ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ບົດຮຽນ​ຕ່າງໆ, ພ້ອມ​ທັງ​ຮັກສາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ລາວ ​ໃຫ້​ໝັ້ນຄົງ​ຂະໜົງ​ແກ່ນ​ຊົວກາລະ​ນານ.

ຂ່າວ/ບົດ​ອື່ນ