ການນຳຫວຽດນາມອວຍພອນທ່ານຄຳໄຕສີພັນດອນມີອາຍຸຍືນຄົບຮອບ90ປີ

ການນຳຫວຽດນາມອວຍພອນທ່ານຄຳໄຕສີພັນດອນມີອາຍຸຍືນຄົບຮອບ90ປີ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນ​ແມ້ງ​ຮູ່ງ ແລະ ​ທ່າ​ນ ຄຳ​ໄຕ ສີ​ພັນ​ດອນ
(ພາບ: Hoàng Chương/Vietnam+)

(vovworld) – ​ເນື່ອງ​​ໃນ​ໂອກາດ​ວັນ​ຄ້າຍ​ວັນ​ເກີດ​ທ່າ​ນ ຄຳ​ໄຕ ສີ​ພັນ​ດອນ, ອະດີດ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ​ປະຕິວັດ ລາວ, ອະດີດ​ປະທານ​ປະ​ເທດ ສປປ ລາວ ຄົບຮອບ 90 ປີ (8/2/1924 – 8/2/2014), ວັນ​ທີ 8/2, ຢູ່​ເທດສະບານ​ເມືອງ ປາກ​ເຊ, ​ແຂ​ວງ ຈຳປາ​ສັກ, ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນ​ແມ້ງ​ຮູ່ງ ​ໄດ້​ສົ່ງ​ກະ​ເຊົ້າດອກ​ໄມ້ ​ແລະ ​ບັດອວຍພອນ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກ​​ອມມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ສະຖານທູດ ຫວຽດນາມ ປະຈຳ ລາວ ອວຍພອນ​ອາຍຸ​ໝັ້ນ​ຂວັນ​ຍືນ​​ແກ່ທ່ານ ຄຳ​ໄຕ ສີ​ພັນ​ດອນ.

    ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແມ້ງ​ຮູ່ງ ອວຍພອນ​​ທ່ານ ຄຳ​ໄຕ ສີ​ພັນ​ດອນ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ອາຍຸ​ຍືນ, ສືບ​ຕໍ່​ອຸທິດ​ສ່ວນ​ໃຫ້​ແກ່​ພາລະ​ກິດ​ປະຕິວັດ​ທີ່​ສະຫງ່າ​ລາສີ​ຂອງ​ພັກ ປະຊາຊົນ​ປະຕິວັດ ລາວ ​ແລະ ​ເພີ່ມ​ພຸ​ນຄຸນ​ສ້າງສາ​ຍພົວພັນ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ໝັ້ນຄົງ. ທ່ານ​ເອກ​ອັກຄະ​ລັດຖະທູດ ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ ພ້ອມ​ກັບ​ສະຖານ​ທູດ ​ແລະ ບັນດາ​ອົງການສຳນັກງານ​ຕ່າງ​ໜ້າ​ຂອງ ຫວຽດນາມ ປະຈຳ​ລາວ ​ຕັດສິນ​ໃຈ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ເຊິ່ງພັກ ​ແລະ ລັດ​ມອບ​ໝາຍ​ໃຫ້, ປະກອບສ່ວນ​ເພີ່ມ​ພຸ​ນຄຸນ​ສ້າງ​ການ​ພົ​ວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ​ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຄື​ດັ່ງ​ຄວາມ​ມຸງ​ມາດປາດ​ຖະໜາ​ຂອງ​ປະທານ ​ໂຮ່ຈີ​ມິນ ​ແລະ ປະທານ ​ໄກ​ສອນ ພົມວິຫານ ​ແລະ ປະຊາຊົນ 2 ປະ​ເທດ.

 


ຂ່າວ/ບົດ​ອື່ນ