ການນຳຫຼາຍປະເທດໃນໂລກມາຮ່ວມພິທີສົບຂອງອະດີດຜູ້ນຳສິງກະໂປທ່ານຫຼີກວນຢູ

ການນຳຫຼາຍປະເທດໃນໂລກມາຮ່ວມພິທີສົບຂອງອະດີດຜູ້ນຳສິງກະໂປທ່ານຫຼີກວນຢູ - ảnh 1
ພິ​ທີ​ສົບ​ຂອງອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ທ່ານຫຼີ​ກວນ​ຢູ

(vovworld)-  ວັນ​ທີ 29/3, ການ​ນຳຫຼາຍ​ປະ​ເທດ​ໃນ​ໂລກໄດ້​ໄປ​ຮອດ​ສິງ​ກະ​ໂປ​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ສົບ​ຂອງອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ທ່ານຫຼີ​ກວນ​ຢູ ຊຶ່ງ​ແມ່ນ​ຜູ້​ສ້າງ​ຕັ້ງລັດ​ສິງ​ກະ​ໂປ​ທີ່​ທັນ​ສະ​ໄໝ. ແຈ້ງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂປ ໃຫ້​ຮູ້​ວ່າ : ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ​ຕາງ​ໜ້າພັກ, ລັດ, ລັດ​ຖະ​ບານ​ຫວຽດ​ນາມ ໄປ​ສິງ​ກະ​ໂປ​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ໄຫວ້​ອາ​ໄລອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ທ່ານຫຼີ​ກວນ​ຢູ ໃນ​ວັນ​ທີ 29/3. ສ່ວນ​ການ​ນຳ​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ​ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄື ເຈົ້າ​ຊີ​ວິດມາ​ເລ​ເຊຍ, ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ, ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ, ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ, ນາ​ຍົກ​ລັດ​ຖະ​ມົນ​ຕີຍີ​ປຸ່ນ, ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ, ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສ​ຕາ​ລີ, ນາ​ຍົກ​ລັດ​ຖະ​ມົນ​ຕີອິນ​ເດຍ ກໍ​ມາ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ງານ​ສົບ​ຂອງ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ທ່ານຫຼີ​ກວນ​ຢູ ໃນ​ວັນ​ທີ 29/3….

ຂ່າວ/ບົດ​ອື່ນ