ການນຳເຢຍລະມັນ ແລະ ຢູແກຼນ ໂອ້ລົມທາງໂທລະສັບກ່ຽວກັບສະພາບການ Donbass

(VOVWORLD) -ວັນທີ 16 ສິງຫາ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ແລະ ທ່ານປະທານາທິບໍດີຢູແກຼນ Petro Poroshenko ໄດ້ໂອ້ລົມທາງໂທລະສັບ, ໃນນັ້ນໄດ້ປຶກສາຫາລືກ່ຽວກັບສະພາບການຢູ່ຢູແກຼນ ຕາເວັນອອກ.

ການນຳເຢຍລະມັນ ແລະ ຢູແກຼນ ໂອ້ລົມທາງໂທລະສັບກ່ຽວກັບສະພາບການ Donbass - ảnh 1 ການນຳເຢຍລະມັນ ແລະ ຢູແກຼນ

(ພາບປະກອບ: EPA/TTXVN)

ທີ່ການໂອ້ລົມທາງໂທລະສັບ, ການນຳ 2 ທ່ານໄດ້ແລກປ່ຽນທັດສະນະກ່ຽວກັບບັນດາມາດຕະການແກ້ໄຂເພື່ອບັນລຸໄດ້ຄວາມກ້າວໜ້າໃນວິວັດທະນາການສັນຕິພາບ ແກ້ໄຂບັນດາການປະທະກັນຢູ່ເຂດ Donbass. ພິເສດ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ແລະ ທ່ານປະທານາທິບໍດີຢູແກຼນ Petro Poroshenko ກໍ່ໄດ້ປຶກສາຫາລືຄວາມສາມາດຜັນຂະຫຍາຍກຳລັງຮັກສາສັນຕິພາບຢູ່ເຂດເກີດການປະທະກັນ.

        ນັບແຕ່ເມື່ອເກີດການປະທະກັນເມື່ອປີ 2014 ມາຮອດປະຈຸບັນ, ການປະທະກັນຢູ່ເຂດ Donbass, ທິດຕາເວັນອອກ ຢູແກຼນ ໄດ້ເຮັດໃຫ້ກວ່າ 10.000 ຄົນເສຍຊີວິດ, ປະມານ 24.000 ຄົນຖືກຮັບບາດເຈັບ ແລະ ນັບແສນຄົນຕ້ອງປະລະເຮືອນຊານໄປລີ້ໄພ.

ຕອບກັບ

ຂ່າວ/ບົດ​ອື່ນ