ການນຳເຢຍລະມັນ,ຝະລັ່ງ,ອີຕາລີຊອກຫາວິທີຟື້ນຟູອີຢູພາຍຫລັງເຫດການBrexit

ການນຳເຢຍລະມັນ,ຝະລັ່ງ,ອີຕາລີຊອກຫາວິທີຟື້ນຟູອີຢູພາຍຫລັງເຫດການBrexit - ảnh 1
ການນຳ 3 ປະເທດ ເຢຍລະມັນ - ຝະລັ່ງ - ອີຕາລີ
(ພາບ: TTXVN)

(vovworld) - ວັນ​ທີ 22/08, ທ່ານ​ນາຍ​ົກລັດຖະມົນຕີ ອີ​ຕາ​ລີ​ Natteo Renzi,  ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ​ແລະ​ ທ່ານ​ປະທານາທິບໍດີ ຝະລັ່ງ Francois Hollande ຮຽກ​ຮ້ອງ 27 ປະ​ເທດ​ສະມາຊິກ​ສະຫະພາບ ​ເອີ​ລົບ (ອີ​ຢູ) ຊອກ​ຫາ “ວິທີ​ຟື້ນ​ຟູ​ໃໝ່” ຢູ່​ກອງ​ປະຊຸມ​ສຸດ​ຍອດຜິດ​ປົກກະຕິ ອີ​ຢູ ທີ່​ດຳ​ເນີນ​ໃນ​ກາງ​ເດືອນກັນຍາຈະ​ມາ​ເຖິງ ຢູ່ Bratislava (Slovakia), ພາຍຫລັງ​ເຫດການ ຜູ້​ມີ​ສິດ​ເລືອກ​ຕັ້ງ ອັງກິດ ປ່ອນ​ບັດ​ຕັດສິນອອກ​ຈາກ ອີ​ຢູ (Brexit). ກ່າວ​ຄ​ຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່ກ່ຳ​ປັ່ນ​​ເດີ່ນບິນ Garibaldi ນອກ​ທະ​ເລ​ເກາະ Ventotene ຂອງ ອີ​ຕາ​ລີ, ພາຍຫລັງ​ການ​ພົບ​ປະສຸດ​ຍອດ ​ເອີ​ລົບ ລະຫວ່າງການ​ນຳ 3 ປະ​ເທດ​ແຖວ​ໜ້າ​ແມ່ນ: ​ເຢຍລະ​ມັນ, ຝະລັ່ງ, ອີ​ຕາ​ລີ, ທ່ານ​ປະທານາທິບໍດີ ຝະລັ່ງ Francois Hollande ​ເນັ້ນ​ໜັກ​ວ່າ: ໄພ​ອັນ​ຕະລາຍ​ໃຫຍ່​ສຸດ​ສຳລັບ ​ເອີ​ລົບ ກໍ່​ຄື​ບັນດາ​ປະ​ເທດ​ສະມາຊິກ​ແມ່ນ​ຄວາ​ມ “ການ​ກະທຳ​ບໍ່​ຖືກທິດ, ​​ແບ່ງ​ແຍກ ​ແລະ ​ເຫັນ​ແກ່​ຕົວ​ເອງ”. ສ່ວນ​ທ່ານ​ນາຍົກລັດຖະມົນຕີ ອີ​ຕາ​ລີ Natteo Renzi ຢືນຢັນ​ວ່າ: ອີ​ຢູ ຈະບໍ່ລົ້ມ​ລະລາຍພາຍຫລັງ​ເຫດການ Brexit. ຄຽງ​ຂ້າງ​ນັ້ນ ບັນດາ​ການ​ນຳ ​ເຢຍລະ​ມັນ, ຝະລັ່ງ, ອີ​ຕາ​ລີ ກໍ່​ເນັ້ນ​ໜັກ​ເຖິງ​ບັນ​ດາ​ມາດ​ຕະການ​ຢ່າງ​ເຂັ້ມ​ແຂງ ​ເພື່ອ​ຊຸກຍູ້​ທ່າ​ເຕີບ​ໂຕ ​ແລະ ຕ້ານ​ໄພ​ວ່າງ​ງານ​​ໃຫ້​ໄວໜຸ່ມ.

 

 

ຂ່າວ/ບົດ​ອື່ນ