ການນຳແນວໂຮມປະເທດຊາດຫວຽດນາມ ອວຍພອນວັນບຸນຄຼິດສະມາດ

ການນຳແນວໂຮມປະເທດຊາດຫວຽດນາມ ອວຍພອນວັນບຸນຄຼິດສະມາດ - ảnh 1
(ການ​ນຳ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ອວຍພອນ​ວັນບຸນຄຼິດສະມາດ)

(vovworld) – ຕອນ​ເຊົ້າ​ວັນ​ທີ 20/12, ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ສະມາຄົມ​ສາສະໜາ​ໂປ​ແຕສ​ຕັງຫວຽດນາມ (ທາງ​ພາກ​ເໜືອ) ​ເນື່ອງ​ໃນ​ໂອກາດ​ວັນບຸນຄຼິດສະມາດປີ 2014. ທ່ານ​ຮອງ​ປະທານ, ທັງ​​ເປັນ​ເລຂາທິການ​ໃຫຍ່ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫວູຈ້ອງ​ກິມ ​ໄດ້​ອວຍພອນ​ຜູ້​ມີ​ຍົດ​ຖາ​ບັນ​ສັກ, ສາສະ​ນິກກະ​ຊົນສະມາຄົມ​ສາສະໜາ​ໂປ​ແຕສ​ຕັງ ມີ​ຄວາມສະຫງົບ​ສຸກ​ໃນ​ກຸ່ມ​ກ້ອມ​ມະຫາ​ສັມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ທ່ານ​ຫວູຈ້ອງ​ກິມ ປາດ​ຖະໜາ​ວ່າ, ​​ໃນ​ປີ 2015 ສະມາຄົມ​ສາສະໜາ​ໂປ​ແຕກ​ຕັງຫວຽດນາມ (ທາງ​ພາກ​ເໜືອ) , ດ້ວຍ​ບົດບາດ​ເປັນ​ພາກສ່ວນ​ໜຶ່ງຂອງກຸ່ມ​ກ້ອມ​ມະຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ສືບ​ຕໍ່​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ​ໃນ​ໄລຍະ​ຈະ​ມາ​ເຖິງ​ຄື: ສະ​ໜັບ​ສະ​ໜູນ ​ແລະ ​ເຂົ້າ​ຮ່ວມ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ບັນດາ​ບັ້ນ​ຂົນຂວາຍ​ໂດຍ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ປຸກ​ລະດົມ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ກູ້​ສົນ​ສັງຄົມ, ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ສ້າງ​ຊີວິດ​ວັດທະນະທຳ.

        ສ່ວນ​ບາດ​ຫຼວງ ຫງວຽນ​ຮິ​ວມາກ ຢືນຢັນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມສາສະໜາ​​​ໂປ​ແຕສຕັງ ຈະ​ສືບ​ຕໍ່​ແນະນຳ​ໃຫ້​ພໍ່​ແມ່​ປະຊາຊົນຜູ້​ຖື​ສາສະໜາ​ໄປ​ແຕສຕັງ ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍຂອງ​ພັກ, ນະ​ໂຍບາຍ​, ກົດໝາຍ​ຂອງ​ລັດ​ເປັນ​ຢ່າງ​ດີ, ​ເຂົ້າ​ຮ່ວມ​ບັນດາ​ບັ້ນ​ຂົນຂວາຍ​ໂດຍສູນ​ກາງ​ແນວ​ໂຮມປະ​ເທດ​ຊາດ​ຫວຽດນາມ ປຸກລະດົມ, ຮ່ວມ​​ແຮງ​ຮ່ວມ​ໃຈພ້ອມ​ກັບ​ປະຊາຊົນທົ່ວ​ປະ​ເທດ​ໃນ​ກາ​ນສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ