ການນຳແນວໂຮມປະເທດຊາດຫວຽດນາມຕ້ອນຮັບຄະນະຜູ້ແທນສະພາປຶກສາການເມືອງນະຄອນຊຽງໄຮ,ປະເທດຈີນ

(vovworld) – ວັນ​ທີ 21/2, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຜູ້​ແທນ​ສະ​ພາ​ປຶກ​ສາ​ການ​ເມືອງ​ນະ​ຄອນ ຊຽງ​ໄຮ, ຈີນ ໂດຍ​ທ່ານ ຈື໋​ອີ​ບົວ, ຮອງ​ປະ​ທານ​ສະ​ພາ​ປຶກ​ສາການ​ເມືອງ ນະ​ຄອນ ຊຽງ​ໄຮ, ເປັນ​ຫົວ​ໜ້າ​ຄະ​ນະ, ໄດ້​ມາ​ຢ້ຽມ​ຢາມ ແລະ ເຮັດວຽກ​ກັບ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ. ທ່ານນາງ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ບູ່ຍ​ທິ​ແທງ ໄດ້​ຕ້ອນ​ຮັບ​ຄະ​ນະ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ​ຮ​ອງ​ປະ​ທານ ບູ່ຍ​ທິ​ແທງ ເນັ້ນ​ໜັກ​ວ່າ: ເລື່ອງ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບົດ​ບັນ​ທຶ​ກ​ຊ່ວຍ​ຈຳ “ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​ທົ່ວ​ປະ​ເທດສະ​ພາ​ປຶກ​ສາ​ການ​ເມືອງ ຈີນ ໄລ​ຍະ 2014 - 2019” ໂດຍ 2 ຝ່າຍ​ຜັ​ຂະ​ຫຍາຍ​ຢ່າງ​ຕັ້ງ​ໜ້າ, ພິ​ເສດ, ຜ່ານ​ບັນ​ດາ​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ, 2 ຝ່າຍໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ຂ​ອງ​ແຕ່​ລະ​ປະ​ເທດ.

        ສ່ວນ​ທ່ານ​ຮອງ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ ນະ​ຄອນ ຊຽງ​ໄຮ ຈື໋​ອີ​ບົວ ປາດ​ຖະ​ໜາ​ວ່າ, ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສືບ​ຕໍ່​ມີ​ແຜນ​ການ​ໄລ​ຍະ​ຍາວ​ໃນ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ 2 ປະ​ເທດ, ຈາກນັ້ນ, ປັບ​ປຸງ​ການ​ພົວ​ພັນ​ຢ່າງ​ທີ່​ສະ​ໜິດ​ແໜ້ນ​ລະ​ຫວ່າງ ຫວຽດ​ນາມ - ຈີນ.


ຂ່າວ/ບົດ​ອື່ນ