ການບິນຫວຽດນາມຖືກຈັດຢູ່ອັນດັບທີ 7 ໃນຈຳນວນບັນດາຕະຫຼາດພັດທະນາໄວທີ່ສຸດໃນໂລກ

(VOVWORLD) -ຫວຽດນາມແມ່ນຕະຫຼາດການບິນ ທີ່ພວມມີການພັດທະນາຢ່າງວ່ອງໄວ ແລະມີຄວາມຂະຫຍັນຂັນເຄື່ອນ, ຖືກຈັດຢູ່ອັນດັບທີ 7 ໃນຈຳນວນບັນດາຕະຫຼາດພັດທະນາໄວທີ່ສຸດໃນໂລກ.
ການບິນຫວຽດນາມຖືກຈັດຢູ່ອັນດັບທີ 7 ໃນຈຳນວນບັນດາຕະຫຼາດພັດທະນາໄວທີ່ສຸດໃນໂລກ - ảnh 1 (ພາບປະກອບ: Hanoimoi)

ຕາມການຕີລາຄາຂອງສະຫະສະມາຄົມຂົນສົ່ງທາງອາກາດສາກົນ (IATA) ແລ້ວ, ຫວຽດນາມແມ່ນຕະຫຼາດການບິນ ທີ່ພວມມີການພັດທະນາຢ່າງວ່ອງໄວ ແລະມີຄວາມຂະຫຍັນຂັນເຄື່ອນ, ຖືກຈັດຢູ່ອັນດັບທີ 7 ໃນຈຳນວນບັນດາຕະຫຼາດພັດທະນາໄວທີ່ສຸດໃນໂລກ. ໃນທ່າອ່ຽງເຊື່ອມໂຍງສາກົນ, ຄວາມຕ້ອງການໃນການໄປມາດ້ວຍເຮືອບິນນັບມື້ນັບເພີ່ມຂຶ້ນສູງ, ເລື່ອງລົງທຶນກໍ່ສ້າງ ແລະປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ແມ່ນຄວາມຮຽກຮ້ອງທີ່ຈຳເປັນ. ທ່ານ ປະລິນຍາເອກ ເຈິ່ນຢູລິກ, ສັງກັດໜ່ວຍງານໃຫ້ຄຳປຶກສາຂອງທ່ານນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ໃຫ້ຮູ້ວ່າ:

        “ໃນວິວັດການເຊື່ອມໂຍງ, ເຂົ້າຮ່ວມຕະຫຼາດການບິນສາກົນ, ຂ້າພະເຈົ້າຖືວ່າແມ່ນ ສິ່ງທ້າທາຍໃຫຍ່ທີ່ສຸດ, ກ່ອນອື່ນໝົດ ແມ່ນພວກເຮົາຕ້ອງສ້າງສະພາບແວດລ້ອມແກ່ງແຍ້ງ ເຮັດແນວໃດເພື່ອໃຫ້ໂປ່ງໃສ, ຍຸຕິທຳ, ຫຼີກລ້ຽງການແກ່ງແຍ້ງກັນດ້ວຍລາຄາ ທີ່ບໍ່ເໝາະສົມ. ຕົວຢ່າງຄື ພວກເຮົາພັດທະນາຂະແໜງການບິນທີ່ມີລາຄາຖືກ ແຕ່ກົນໄກນະໂຍບາຍສຳລັບການບິນທີ່ມີລາຄາຖືກນັ້ນ ແມ່ນຍັງບໍ່ມີ ແລະ ຍັງບໍ່ທັນຈະແຈ້ງເທື່ອ. ກ່ຽວກັບການຄຸ້ມຄອງລັດ ຍັງແມ່ນບັນຫາເຄັ່ງຮ້ອນ, ຍັງບໍ່ທັນມີຍຸດທະສາດແຫ່ງຊາດສັງລວມເທື່ອ”.


ຕອບກັບ

ຂ່າວ/ບົດ​ອື່ນ