ການປະຊຸມກ່ຽວກັບວຽກ ງານຊົນເຜົ່າ,ສາສາະໜາ ໃນ 6 ເດືອນຕົ້ນປີ


ການປະຊຸມກ່ຽວກັບວຽກ ງານຊົນເຜົ່າ,ສາສາະໜາ ໃນ 6 ເດືອນຕົ້ນປີ - ảnh 1

 (ພາບ: vov)

(vovworld)- ບົດ​ລາຍ​ງານ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ທີ່​ກອງ​ປະຊຸມ​ກ່ຽວ​ກັບ​ວຽກງານ​ຊົນ​ເຜົ່າ, ສາສະໜາ​ໃນ 6 ​ເດືອນຕົ້ນປີ 2014 ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 31/7 ຢູ່​ຮ່າ​ໂນ້ຍ ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 6 ​ເດືອນຕົ້ນປີ 2014, ວຽກງານ​ຊົນ​ເຜົ່າ, ສາສະໜາ​ບັນລຸ​ໄດ້​​ໝາກ​ຜົນ​ສຳຄັນຫຼາຍຢ່າງ. ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ​ໄດ້​ແນະນຳ​ບັນດາ​ແຂວງ, ນະຄອນ​ຊ່ວຍ​ປະຊາຊົນ​ຊົນ​ເຜົ່າ​ຈັດ​ກອງ​ປະຊຸມ​ໃຫ່ຍຜູ້​ແທນ​ບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂັ້ນ​ແຂວງ, ນະຄອນ​ຄັ້ງທີ 2; ສົມທົບ​ກັນ​ຊ່ວຍ​ເຫຼືອຊົນ​ເຜົ່າ​ຂະ​ແມ​ຈັດ​ບຸນປີ​ໃໝ່​ປະຈຳ​ຊາດ Chol Chnam Thmay ​ເປັນ​ຢ່າງ​ດີ ​ແລະ ຕັ້ງໜ້າ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ, ດີ​ເດັ່ນ​ໃນ​ໝູ່​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ…ກ່ຽວ​ກັບ​ວຽກ​ງານ​ສາສະໜາ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ ​ແນະນຳ, ຊ່ວຍ​ເຫຼືອ​ຊາວ​ຄຼິດຈັດ​ງານ​ບຸນ​ຕ່າງໆ ​ແລະ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຕ້ອງການ​ເຄື່ອນ​ໄຫວ​ຂອງ​ສ່ວນ​ບຸກຄົນ, ອົງການ​ຈັດຕັ້ງ, ສາສະໜາ​ຕ່າງໆ.

  ​ເມື່ອປຶກສາ​ຫາລື​ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ສະ​ເໜີ​ວ່າ: ຕ້ອງ​ສືບ​ຕໍ່​ກວດກາ​ຄືນ​ບັນດາ​ນະ​ໂຍບາຍ​ສຳລັບ​ຊາວ​ຊົນ​ເຜົ່າ; ສົມທົບ​ກັບ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ອົງການ​ຈັດຕັ້ງມະຫາຊົນ, ຂົນຂວາຍ ປຊຊ ​ເຂົ້າຮ່ວມ​ການ​ຕໍ່​ສູ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ພ້ອມ​ທັງ​ຕໍ່ສູ້​ປົກ​ປ້ອງ​ສິດທິ​ມະນຸດ ​ແລະ ຕ້ານ​ການ​ສວຍ​ໃຊ້​ສິດທິ​ມະນຸດ​ກ່ຽວຂ້ອງ​ເຖິງ​ຊົນ​ເຜົ່າ, ສາສະໜາ, ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທັງ​ຊາດ./.

ຂ່າວ/ບົດ​ອື່ນ