ການປະຊຸມຂ່າວນັດ ສາມັນຂອງກະຊວງ ການຕ່າງປະເທດ


ການປະຊຸມຂ່າວນັດ ສາມັນຂອງກະຊວງ ການຕ່າງປະເທດ - ảnh 1

ທ່ານນາງຮອງໂຄສົກກະຊວງການຕ່າງປະເທດຫວຽດນາມຟ້າມທູຮັ່ງ  

(ພາບ: vov.vn)

(vovworld)– ​ ​ ​ໃນ​ການ​ປະຊຸມ​ຂ່າວ​ນັດ​ສາມັນຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍວັນ​ທີ 18/12 ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຟ້າ​ມທູ​ຮັ່ງ, ຮອງ​ໂຄສົກກະຊວງ​ການ​ຕ່າງປະ​ເທດຫວຽດນາມ ​ໄດ້​ປະກາດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ຕອບຄຳ​ຖາມ​ຂອງ​ນັກ​ຂ່າວ​ຫວຽດນາມ ​ແລະ ຕ່າງປະ​ເທດ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ວົງ​ການ​ນັກ​ຂ່າວ​ສົນ​ໃຈ. ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ທັດສະນະ​ຂອງ​ຫວຍ​ດນາມ ກ່ຽວ​ກັບ​ເລື່ອງວັນ​ທີ 17/12, ອາ​ເມ​ລິ​ກາ ​ແລະ ກູ​ບາ ປະກາດ​ຈະ​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ, ທ່ານ​ນາງ​ຟ້າ​ມທູ​ຮັ່ງ, ຮອງ​ໂຄສົກກະຊວງ​ການ​ຕ່າງປະ​ເທດຫວຽດນາມ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ຊົມ​ເຊີຍ​ເລື່ອງ​ປະທານ​ກູ​ບາ Raul Castro ​ແລະ ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ປະກາດ​ຈະ​ເຊື່ອມ​ຕໍ່​ການ​ພົວພັນ​ການ​ທາງ​ທູດ​ຄືນ​ໃໝ່​ພາຍຫຼັງ​ຖືກ​ຢຸດ​ສະ​ງັກ​ເປັນ​ເວລາ 53 ປີ. ຫວຽດນາມ ​ເຊື່ອໝັ້ນວ່າ, ບັນດາ​ຖະ​ແຫຼ​ງການ​ທີ່​ມີ​ລັກສະນະ​ປະຫວັດສາດ​ນີ້ ຈະ​ແມ່ນ​ການ​ເປີດ​ສາກ​ໃຫ້​ແກ່ການ​ມຸ່ງ​ໄປ​ເຖິງການ​ສ້າງ​ການ​ພົວພັນ​ລະຫວ່າ​ງສອງ​ປະ​ເທດເປັນ​ປົກກະຕິ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ສອບທຳ​ໃຫ້​ແກ່ ປຊຊ ອາ​ເມ​ລິ​ກາ ​ແລະ ກູ​ບາ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢູ່​ທະວີບອາ​ເມ​ລິ​ກາ ​ແລະ ​ໃນ​ໂລກ./.

 

ຂ່າວ/ບົດ​ອື່ນ