ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ

(VOVWORLD) -ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ອີກຄັ້ງຫນຶ່ງໄດ້ຢ້ຳຄືນການຄັດຄ້ານຂອງຫວຽດນາມ ກ່ຽວກັບການຊ້ອມຮົບຮ່ວມຍິງລູກປືນແທ້ຂອງຈີນ ຢູ່ ທະເລຕາເວັນອອກ 
ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ - ảnh 1  ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ

ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມໃນຕອນບ່າຍວັນທີ 7 ກັນຍາ ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕອບບາງຄຳຖາມຂອງນັກຂ່າວ ທີ່ມີຄວາມສົນໃຈ ແລະ ແຈ້ງໃຫ້ຊາບບາງການເຄື່ອນໄຫວການຕ່າງປະເທດຂອງຫວຽດນາມ ໃນໄລຍະຈະມາເຖິງ. ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ອີກຄັ້ງຫນຶ່ງໄດ້ຢ້ຳຄືນການຄັດຄ້ານຂອງຫວຽດນາມ ກ່ຽວກັບການຊ້ອມຮົບຮ່ວມຍິງລູກປືນແທ້ຂອງຈີນ ຢູ່ ທະເລຕາເວັນອອກ ພ້ອມທັງ ຢືນຢັນ ເລື່ອງຈີນ ຖະແຫລງ ການອົບຮົມຍິງລູກປືນແທ້ຢູ່ເຂດໝູ່ເກາະຮ່ວາງຊາຂອງຫວຽດນາມ ແມ່ນການກະທຳລ່ວງລະເມີດອະທິປະໄຕຂອງຫວຽດນາມ ສຳລັບ ໝູ່ເກາະນີ້, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ທະເລຕາເວັນອອກ. ຫວຽດນາມ ຮຽກຮ້ອງຈີນ ເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບ ໝູ່ເກາະຮ່ວາງຊາ, ບໍ່ມີການກະທຳຄ້າຍຄືກັນ, ບໍ່ສົ່ງຜົນສະທ້ອນເຖິງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ທະເລຕາເວັນອອກ. ຫວຽດນາມ ອີກຄັ້ງຫນຶ່ງຈະເດັດດ່ຽວປົກປັກຮັກສາອະທິປະໄຕ ແລະ ບັນດາສິດ, ຜົນປະໂຫຍດຖືກຕ້ອງຕາມກົດໝາຍ, ຜົນປະໂຫຍດອັນຊອບທຳຂອງຕົນຢູ່ທະເລຕາເວັນອອກ ໂດຍສັນຕິວິທີເໝາະສົມກັບກົດໝາຍສາກົນ,  ໃນນັ້ນ ມີກົດບັດສະຫະປະຊາຊາດ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. 

ຕອບກັບ

ຂ່າວ/ບົດ​ອື່ນ