ການປະຊຸມຂ່າວປະກາດຜົນກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14

(VOVWORLD) - ພາຍຫຼັງວາລະອັດ ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14, ທ່ານເລຂານຸການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຫ້ງຟຸກ ໄດ້ເປັນເຈົ້າພາບຈັດການປະຊຸມຂ່າວ ປະກາດຜົນກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14.

ການປະຊຸມຂ່າວປະກາດຜົນກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14 - ảnh 1 ການປະຊຸມຂ່າວປະກາດຜົນ ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14

(ພາບ: VGP)

ທີ່ການປະຊຸມຂ່າວ, ທ່ານຮອງເລຂານຸການສະພາແຫ່ງຊາດ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ເລໂບ້ລິ້ງ ໃຫ້ຮູ້ວ່າ: ພາຍຫຼັງເຮັດວຽກຢ່າງຮີບເຮັ່ງມາເປັນເວລາ 26 ວັນ, ຮັບຮອງເອົາ ກົດໝາຍ 6 ສະບັບທີ່ມີຄວາມໝາຍສຳຄັນຕໍ່ການພັດທະນາປະເທດຊາດ. ສະພາແຫ່ງຊາດກໍ່ໄດ້ປຶກສາຫາລື ແລະ ໃຫ້ຄຳເຫັນໃສ່ຮ່າງກົດໝາຍອື່ນ 9 ສະບັບ, ຮັບຮອງເອົາ 3 ມະຕິກ່ຽວກັບເສດຖະກິດ - ສັງຄົມ ແລະ ງົບປະມານຂອງລັດ. ສະພາແຫ່ງຊາດກໍ່ໄດ້ພິຈາລະນາບົດລາຍງານສຳຄັນຫຼາຍບົດ ກໍ່ຄືຮັບຮອງເອົາມະຕິສຳຄັນຈຳນວນໜຶ່ງ, ໃນນັ້ນມີບັນດານະໂຍບາຍບຸກທະລຸ, ມີການກະທົບຢ່າງໃຫຍ່ຫຼວງເຖິງການພັດທະນາເສດຖະກິດສັງຄົມຂອງປະເທດ.

        ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງແກ່ຍາວເວລາຮັບຮອງເອົາກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ). ທ່ານເລຂານຸການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຫ້ງຟຸກ ຖືວ່າ: ນີ້ແມ່ນກົດໝາຍທີ່ຍັງມີຫຼາຍຄວາມເຫັນແຕກຕ່າງກັນ ແລະ ກ່ຽວຂ້ອງເຖິງບັນດາຂໍ້ກຳນົດກ່ຽວກັບການແຈ້ງຊັບສິນ, ການຕິດຕາມກວດກາຄືແນວໃດ ແລະ ເປົ້າໝາຍແຈ້ງຊັບສິນບັດແມ່ນຄືແນວໃດ, ສະນັ້ນກົດໝາຍຈະໄດ້ຮັບການຮັບຮອງເອົາຕາມຂັ້ນຕອນຂອງ 3 ກອງປະຊຸມສະໄໝສາມັນ ເພື່ອຮັບປະກັນຄວາມລະມັດລະວັງ, ລະອຽດຮຽບຮ້ອຍ.

        ແລະກໍ່ຢູ່ທີ່ການປະຊຸມຂ່າວ, ທ່ານ ຫງວຽນແຫ້ງຟຸກ ໄດ້ຕອບ ແລະ ເຮັດແຈ້ງຫຼາຍເນື້ອໃນທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມຄັ້ງນີ້ ກໍ່ຄືລັກສະນະໂຕ້ວາທີໃນບັນດາວາລະປຶກສາຫາລືຢູ່ສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ