ການປະຊຸມຂ່າວປະຈຳປີຂອງທ່ານປະທານາທິບໍດີ ລັດເຊຍ

(VOVWORLD) -ວັນທີ 14 ທັນວາ, ການປະຊຸມຂ່າວປະຈຳປີ 2017 ຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ດຳເນີນໃນເວລາເກືອບ 4 ຊົ່ວໂມງ ມີຈຳນວນຄຳຖາມກ່ຽວກັບບັນດາເນື້ອໃນພາຍໃນປະເທດຫລາຍກ່ວາ ເມື່ອທຽບໃສ່ບັນດາເນື້ອໃນຕ່າງປະເທດ.
ການປະຊຸມຂ່າວປະຈຳປີຂອງທ່ານປະທານາທິບໍດີ ລັດເຊຍ - ảnh 1 ການປະຊຸມຂ່າວປະຈຳປີຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AP)

ກ່ຽວກັບສະພາບການພາຍໃນປະເທດ, ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ: ລັດເຊຍ ຢາກສ້າງສະພາບແວດລ້ອມດ້ານການເມືອງ ແລະ ເສດຖະກິດ ທີ່ມີຄວາມສາມາດແກ່ງແຍ້ງໄດ້. ໃນອາຍຸການ 6 ປີຜ່ານມາ, ລັດເຊຍ ບັນລຸໄດ້ 93 – 94% ຄາດໝາຍທີ່ໄດ້ວາງອອກໃນລັດຖະດຳລັດ ເຊິ່ງປະກາດເມື່ອປີ 2012.

        ບັນດາບັນຫາສາກົນໄດ້ເລີ່ມຕົ້ນດ້ວຍການພົວພັນ ລັດເຊຍ - ອາເມລິກາ ກໍ່ຄືການພົວພັນກັບທ່ານປະທານາທິບໍດີ ອາເມລິກາ Donald Trump. ທ່ານປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ: ເຖິງວ່າຖືກກີດຂວາງຫລາຍຢ່າງກໍ່ຕາມ ແຕ່ທ່ານ Trump ຍັງຄົງປາດຖະໜາຢາກ ປັບປຸງການພົວພັນກັບ ລັດເຊຍ, ດັ່ງນັ້ນ ທ່ານ Vladimir Putin ສະແດງຄວາມເຊື່ອໝັ້ນວ່າ ການພົວພັນ 2 ປະເທດຈະຫັນເປັນປົກກະຕິ.

        ກ່ຽວກັບບັນຫາ ສປປ.ເກົາຫຼີ, ທ່ານປະທານາທິບໍດີ Vladimir Putin ຢືນຢັນວ່າ: ລັດເຊຍ ບໍ່ຮັບຮອງເອົາກົດລະບຽບມະຫາອຳນາດນິວເຄຼຍຂອງປະເທດນີ້. ການພົວພັນ ລັດເຊຍ - ຈີນ ກໍ່ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກທ່ານປະທານາທິບໍດີ Vladimir Putin ກ່ຽວກັບການຮ່ວມມືເສດຖະກິດ, ໃນບັນດາໂຄງການເຕັກໂນໂລຢີສູງ.

ຕອບກັບ

ຂ່າວ/ບົດ​ອື່ນ