ການປະຊຸມຂ່າວແຈ້ງໝາກຜົນກອງປະຊຸມລັດຖະມົນຕີການເງິນ APEC

(VOVWORLD) -ພາຍຫລັງສິ້ນສຸດກອງປະຊຸມລັດຖະມົນຕີການເງິນ APEC 2017, ວັນທີ 21 ຕຸລາ ພາຍໃຕ້ການເປັນປະທານຂອງທ່ານ ດີງຕຽນຢູງ, ລັດຖະມົນຕີກະຊວງການເງິນຫວຽດນາມ, ບັນດາລັດຖະມົນຕີການເງິນ, ຫົວຫນ້າຄະນະຜູ້ແທນຂອງ 21 ພື້ນຖານເສດຖະກິດສະມາຊິກ APEC ໄດ້ຈັດການປະຊຸມຂ່າວເພື່ອແຈ້ງໝາກຜົນຂອງກອງປະຊຸມ. 

ການປະຊຸມຂ່າວແຈ້ງໝາກຜົນກອງປະຊຸມລັດຖະມົນຕີການເງິນ APEC - ảnh 1ອັດ ກອງປະຊຸມລັດຖະມົນຕີການເງິນ APEC 2017

ພາບ:baolaodong

ທ່ານ ດີງຕຽນຢູງ ໃຫ້ຮູ້ວ່າ: ເນື້ອໃນຕົ້ນຕໍໃນຖະແຫລງການຮ່ວມຂອງກອງປະຊຸມດັ່ງກ່າວແມ່ນ:  ລັດຖະມົນຕີການເງິນບັນດາພື້ນຖານເສດຖະກິດສະມາຊິກໄດ້ປຶກສາຫາລືກ່ຽວກັບສະພາບການເສດຖະກິດການເງິນຊື່ງບັນດາພື້ນຖານເສດຖະກິດພວມປະເຊີນຫນ້າ. ສະພາບການເຕີບໂຕເສດຖະກິດໄລຍະສັ້ນແມ່ນດີພໍສົມຄວນ ດ້ວຍການຟື້ນຕົວຂອງບັນດາຕະຫລາດທີ່ຫາກໍ່ພົ້ນເດັ່ນຂຶ້ນ ແລະ ຕະຫລາດພວມພັດທະນາ. ລັດຖະມົນຕີການເງີນບັນດາພື້ນຖານເສດຖະກິດສະມາຊິກ ຕີລາຄາສູງ ແລະ ຮັບຮູ້ຄວາມສຳຄັນ 4 ຂົງເຂດບຸລິມະສິດຮ່ວມມືດ້ານການເງິນປີ 2017. ທ່ານ ດີງຕຽນຢູງ ໃຫ້ຮູ້ວ່າ:

        “ບັນດາເນື້ອໃນຊື່ງບັນດາທ່ານລັດຖະມົນຕີການເງິນໄດ້ປຶກສາຫາລື ລ້ວນແຕ່ແມ່ນເນື້ອໃນສຳຄັນ ແລະ ຈະລາຍງານຕໍ່ບັນດາການນຳ APEC ທີ່ເຂົ້າຮ່ວມກອງປະຊຸມໃນຕົ້ນເດືອນພະຈິກຈະມາເຖິງ. ໃນນັ້ນ ເນັ້ນຫນັກສອງເນື້ອໃນກ່ຽວກັບການລົງທຶນໄລຍະຍາວໃຫ້ແກ່ພື້ນຖານໂຄງລ່າງ ແລະ ການເງິນກວມລວມ. ໝາກຜົນການຮ່ວມມືກ່ຽວກັບການເງິນກວມລວມ ຈະແມ່ນເນື້ອໃນສຳຄັນໄດ້ຮັບການລວບລວມໃນບົດລາຍງານກ່ຽວກັບການເຕີບໂຕກວມລວມເສດຖະກິດການເງິນ ແລະ ສັງຄົມ ຈະຍື່ນສະເຫນີຕໍ່ບັນດາການນຳທີ່ກອງປະຊຸມສຸດຍອດ.”

ແລະທີ່ການປະຊຸມຂ່າວ, ລັດຖະມົນຕີການເງິນ ຟີລີບຟີນ ໄດ້ແຈ້ງຂໍ້ມູນກ່ຽວກັບໝາກຜົນແຜນການດຳເນີນງານ Cebu. ຕາມຖະແຫລງການຮ່ວມຂອງບັນດາລັດຖະມົນຕີ ຊື່ງໄດ້ຮັບການປະກາດທີ່ການປະຊຸມຂ່າວ, ກອງປະຊຸມລັດຖະມົນຕີການເງິນ APEC ຄັ້ງທີ 25 ຈະຖືກຈັດຂຶ້ນຢູ່ Papua New Guinea ໃນເດືອນ ຕຸລາ ປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ