ການປະຊຸມຄັ້ງທີ11ກຸ່ມປະຕິບັດງານຮັບມືຢ່າງຮີບດ່ວກັບໄພທຳມະຊາດນ(EPWG)

ການປະຊຸມຄັ້ງທີ11ກຸ່ມປະຕິບັດງານຮັບມືຢ່າງຮີບດ່ວກັບໄພທຳມະຊາດນ(EPWG) - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:daidoanket

(vovworld)- ກອງ​ປະ​ຊຸມ​ຄັ້ງ​ທີ 11 ກຸ່ມ​ວຽກ​ງານ​ກ່ຽວ​ກັບ​ການ​ຮັບ​ມື​ຢ່າງ​ຮີບ​ດ່ວນກັບ​ໄພ​ທຳ​ມະ​ຊາດ​ (EPWG) ໂດຍ​ກົມ​ໃຫຍ່​ຊົນ​ລະ​ປະ​ທານ ຫາກໍ່​ຈັດ​ຕັ້ງ​ຢູ່ ຍາ​ຈາງ ໃນ​ຂອ​ບ​ເຂດກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ຫນ້າ​ທີ່​ອະ​ວຸ​ໂສ APEC ຄັ້ງ​ທີ 1 (SOM1) ແລະ ບ​ັນ​ດາ​ການ​ປະ​ຊຸມ​ກ່ຽວ​ຂ້ອງ​ປີ 2017. ເນື້ອ​ໃນ​ຕົ້ນ​ຕໍ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 11 ກຸ​່ມປະ​ຕິ​ບັດ​ງານ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ການ​ຊຸກ​ຍູ້​ປ່ຽນ​ໃຫມ່​ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ເພື່ອ​ເພີ່ມທະ​ວີ​ຄວາມ​ສາ​ມາດ​ຕ້ານ​ໄພ​ທຳ​ມະ​ຊາດ​ໃຫ້​ແກ່​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC. ນອກ​ຈາກ​ບັນ​ດາ​ເນື້ອ​ໃນ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ໄພ​ທຳ​ມະ​ຊາດ​ໃນ​ພາກ​ພື້ນ, ໃນ​ປີ 2017, ຄາດ​ວ່າ ກຸ່ມ​ດັ່ງ​ກ່າວ​ຈະ​ປືກ​ສາ​ຫາ​ລື​ການ​ປະ​ກອບ​ຄຳ​ເຫັນ​ໃສ່​ຖະ​ແຫລງ​ການ ເກີນ​ເທີ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ ແລະ ພັດ​ທະ​ນາ​ກະ​ສິ​ກຳ ແບບ​ຍືນ​ຍົງ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.


ຕອບກັບ

ຂ່າວ/ບົດ​ອື່ນ