ການປະຕິຮູບດ້ານບໍລິຫານ, ສັງເກດຈາກຄວາມພໍໃຈຂອງປະຊາຊົນ

(VOVWORLD) -ຫ້ອງວ່າການລັດຖະບານ ແລະ ສະຫະສະມາຄົມບັນດາວິທະຍາສາດ ແລະ ເຕັກນິກຫວຽດນາມ ໄດ້ຈັດເວທີປາໄສວິທະຍາສາດ “ຕີລາຄາໝາກຜົນ ການປະຕິຮູບດ້ານບໍລິຫານແຫ່ງລັດໄລຍະ 2011-2016:  ສັງເກດຈາກຄວາມພໍໃຈຂອງປະຊາຊົນ”
ການປະຕິຮູບດ້ານບໍລິຫານ, ສັງເກດຈາກຄວາມພໍໃຈຂອງປະຊາຊົນ - ảnh 1ທ່ານ ທາງວັນຟຸກ ອະດີດຮອງລັດຖະມົນຕີກະຊວງພາຍໃນ 

ຕອນເຊົ້າວັນທີ 24/7, ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານ ແລະ ສະຫະສະມາຄົມບັນດາວິທະຍາສາດ ແລະ ເຕັກນິກຫວຽດນາມ ໄດ້ຈັດເວທີປາໄສວິທະຍາສາດ “ຕີລາຄາໝາກຜົນ ການປະຕິຮູບດ້ານບໍລິຫານແຫ່ງລັດໄລຍະ 2011-2016:  ສັງເກດຈາກຄວາມພໍໃຈຂອງປະຊາຊົນ”. ທ່ານ ທາງວັນຟຸກ ອະດີດຮອງລັດຖະມົນຕີກະຊວງພາຍໃນຖືວ່າ :

                  “ ຄວນກຳນົດໂຄງການດຳເນີນງານໃໝ່ໃຫ້ແກ່ 2 ເປົ້າໝາຍທີ່ສຳຄັນ, ນັ້ນແມ່ນປະຊາຊົນ ແລະ ວິສາຫະກິດ. ເລືອກເອົາລະບຽບການ, ເລືອກເອົາບັນດາລະບຽບການບຸລິມະສິດ. ມີ 10 ຫາ 20 ບັນຫາຄວນຮັບບຸລິມະສິດສຳລັບໄລຍະແຕ່ນີ້ຫາປີ 2020. ສ່ວນບັນຫາອື່ນໆ ບໍ່ຄວນປະລະ, ແຕ່ຕ້ອງບັນທຶກໄວ້, ຖືເອົາບັນດາດັດຊະນີແມ່ນໄມ້ວັດແທກເພື່ອປະຕິບັດຂອງບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ. ຄວນຮັບເອົາການຕີລາຄາຈາກພາຍນອກ   ”

ຕອບກັບ

ຂ່າວ/ບົດ​ອື່ນ