ການປະທະກັນສືບຕໍ່ເກີດຂຶ້ນຢູ່ພາກຕາເວັນອອກ ຢູແກຼນ ໂດຍບໍ່ຫົວຊາຕໍ່ຂໍ້ຕົກລົງຢຸດຍິງ

ການປະທະກັນສືບຕໍ່ເກີດຂຶ້ນຢູ່ພາກຕາເວັນອອກ ຢູແກຼນ ໂດຍບໍ່ຫົວຊາຕໍ່ຂໍ້ຕົກລົງຢຸດຍິງ - ảnh 1
(ພາບປະກອບ: ft.com)

​(vovworld) –   ບັນດາ​ນັກ​ສັງ​ເກດ​ການ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື​ເອີ​ລົບ (OSCE) ​ໄດ້ຮັບຮອງ​ວ່າ, ບັນດາ​ການຍິງ​ປືນ​ໃຫຍ່​ພວມ​​ເກ​ີດຂຶ້ນປະ​ຈຳ​ວັນ ຢູ່​ແນວ​ຮົບ​ລະຫວ່າງ 2 ຝ່າຍ​ປະ​ທະ​ກັນ​ຢູ່ຢູ​ແກຼນ ​ຕາ​ເວັນ​ອອກ ໂດຍ​ບໍ່​ຫົວຊາ​ຕໍ່​ຂໍ້​ຕົກລົງ​ຢຸດ​ຍິງ.

        ຕອນ​ບ່າຍ​ວັນ​ທີ 26/04, ກອງທັບ​ຢູ​ແກຼນ ໃຫ້​ຮູ້​ວ່າ, ມີພົນທະຫານ​ 1 ຄົນ​ເສຍ​ຊີວິດ ​ແລະ 7 ຄົນ​ຮັບ​ບາດ​ຈັບ ​ໃນ​ຮອບ​ເວລາ 24 ​ໂມງ​ຜ່ານ​ມາ, ​ເມື່ອ​ບັນດາ​ການ​ປະ​ທະ​ກັນ​ເພີ່ມ​ຂຶ້ນ​ຢູ່ຢູ​ແກຼນ ​ຕາ​ເວັນ​ອອກ, ສະຖານ​ທີ່​ເຊິ່ງບັນດາກຳລັງ​ລັດຖະບານ​ພວມ​ປະ​ທະ​ກັນ​ກັບ​ກຳລັງ​ທວງ​ເອົາ​ເອກະລາດ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ​ໂຄສົກ​ກອງທັບ​ຢູ​ແກຼນ Oleksandr Motuzyanyk ​ໃຫ້​ຮູ້​ວ່າ, ຈຳນວນ​ການລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ​ຈາກ​ຝ່າຍ​ທວງ​ເອົາ​ເອກະລາດ​ໄດ້​ເພີ່ມ​ຂຶ້ນ​ໃນ​ຮອບ​ເວລາ 24 ຊົ່ວ​ໂມງ​ຜ່ານ​ມາ. ທ່ານ Oleksandr Motuzyanyk ​ໄດ້​ກ່າວ​ຫາ​ກຳລັງ​ດັ່ງກ່າວ ບຸກ​ໂຈມ​ຕີ​ບັນດາ​ຖານ​ທີ່​ໝັ້ນ​​ຂອງກອງທັບ​ລັດຖະບານ, ນຳ​ໃຊ້​ລູກ​ສອນ​ໄຟ ​ແລະ ​ປືນ​ໃຫຍ່​ປະ​ເພດ​ໜັກ​ອື່ນໆ.

ຂ່າວ/ບົດ​ອື່ນ