ການຝຶກຊ້ອມຮັບປະກັນຄວາມໝປອດໄພໃຫ້ແກ່ສັບປະດາຂັ້ນສູງ APEC 2017

(VOVWORLD) - ກ່ວາ 300 ຄົນເຂົ້າຮ່ວມການຝືກຊ້ອມປ້ອງກັນ, ຕ້ານການກໍ່ການຮ້າຍ, ຮັບປະກັນຄວາມໝັ້ນຄົງທ່າກ່ຳປັ່ນຢູ່ທ່າກ່ຳປັ່ນ ຕຽນຊາ, ນະຄອນ ດ່ານັ້ງ ໃນວັນທີ 30 ສິງຫາ. 
 
ການຝຶກຊ້ອມຮັບປະກັນຄວາມໝປອດໄພໃຫ້ແກ່ສັບປະດາຂັ້ນສູງ APEC 2017 - ảnh 1 ທ່ານ ຫງວຽນຊວນຊາງ, ຫົວໜ້າກົມການເດີນທະເລ ຫວຽດນາມ

ນີ້ແມ່ນການເຄື່ອນໄຫວມຸ່ງໄປເຖິງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນສັບປະດາຂັ້ນສູງ APEC 2017 ຈະຈັດຕັ້ງຢູ່ນະຄອນ ດ່ານັ້ງ ໃນເດືອນ ພະຈິກ ຈະມາເຖິງ. ທີ່ການຝືກຊ້ອມ, ບັນດາກຳລັງມີໜ້າທີ່ຮັບຜິດຊອບໄດ້ສົມທົບມາດຕະການວິຊາສະເພາະ ໃນການກວດ, ມ້າງຮື້ທຳລາຍລູກລະເບີດ, ກູ້ເອົາຕົວປະກັນ… ທ່ານ ຫງວຽນຊວນຊາງ, ຫົວໜ້າກົມການເດີນທະເລ ຫວຽດນາມ, ໃຫ້ຮູ້ວ່າ:

        “ໃນສະພາບການເຄື່ອນໄຫວຂອງພວກກໍ່ການຮ້າຍໃນໂລກປະຈຸບັນນັບມື້ນັບມີການຜັນແປຢ່າງສັບສົນ, ວຽກງານຮັບປະກັນຄວາມປອດໄພໃຫ້ແກ່ກ່ຳປັ່ນ ເຂົ້າ - ອອກ, ໃຫ້ແກ່ປະຊາຊົນເຄື່ອນໄຫວຢູ່ທ່າກ່ຳປັ່ນ ແມ່ນໜ້າທີ່ສຳຄັນ ແລະ ຮີບດ່ວນທີ່ສຸດ. ວຽກງານຝືກຊ້ອມ ປ້ອງກັນ, ຕ້ານກໍ່ການຮ້າຍຮັບປະກັນຄວາມໝັ້ນຄົງໃນການເດີນເຮືອ ຢູ່ບັນດາທ່າກ່ຳປັ່ນທະເລ ກໍ່ແມ່ນໜ້າທີ່ສຳຄັນ. ພິເສດ, ປີນີ້, APEC ຈັດຕັ້ງຢູ່ນະຄອນ ດ່ານັ້ງ, ວຽກງານຮັບປະກັນຄວາມປອດໄພໃຫ້ແກ່ທ່າກ່ຳປັ່ນທະເລເວົ້າສະເພາະ ແລະ ພາກພື້ນເວົ້າລວມແມ່ນແຖວໜ້າ ແລະ ພວກຂ້າພະເຈົ້າ ເລືອກເຟັ້ນ ດ່ານັ້ງ ແມ່ນສະຖານທີ່ເພື່ອຈັດຕັ້ງການຝຶກຊ້ອມ.”

ຕອບກັບ

ຂ່າວ/ບົດ​ອື່ນ