ການ​ພົບ​ປະ​ກັບ​ຊາວ​ຫວຽດນາມອາ​​ໄສຢູ່​ ຕ່າງປະ​ເທດ​ ຈະດຳເນີນໃນວັນທີ 7/1/2012

   ຕອນ​ເຊົ້າວັນ​ທີ 30/12, ສະມາຄົມ​ຕິດ​ຕໍ່​ພົວພັນ​ຊາວ​ຫວຽດນາມ​ອາ​ໃສ​ຢູ່​ຕ່າງປະ​ເທດ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ລາຍການ​ພົບ​ປະ​ກັບ​ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດ​ໃນ​ລະດູບານ​ໃໝ່ປີ 2012, ປີມະ​ໂຮງດ້ວຍຫົວ​ເລື່ອງວ່າ “ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດ​-ຂົວ​ຕໍ່​ເຄື່ອງໝາຍ​ການ​ຄ້າຫວຽດນາມ”. ລາຍການ​ດັ່ງກ່າວ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 7/1 ທີ່​ຈະ​ມາ​ເຖິງ​ທີ່​ຫໍ​ປະຊຸມ​ນະຄອນ​ໂຮ່ຈິ​ມິນ ​ໂດ​ຍມີ​ການ​ເຂົ້າຮ່ວມ​ຂອງ ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດ​​​ແຕ່ 500 ຫາ 600 ຄົນ​ ທີ່​ກັບ​ເມືອ​ປະ​ເທດ​ຕ້ອນຮັບບຸນປີ​ໃໝ່​ປະຈຳ​ຊາດ. ທ່ານ​ນາງ ​ເລືອ​ງ​ແບກ​ເວີນ, ປະທານ ສະມາຄົມ​ຕິດ​ຕໍ່​ພົວພັນ​ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ: “ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດ​ເຄີຍ​ປະກອບ ສ່ວນ​ເປັນ​ຂົວ​ຕໍ່​ນຳ​ສິນຄ້າ​ຫວຽດນາມ​ອອກ​ຕ່າງປະ​ເທດ ​ແຕ່​ດ້ວຍ​ການ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຂອງ​ຫວຽດນາມ, ການ​ແກ່ງ​ແຍ້​ງນັບ​ມື້​ນັບຫຼາຍ. ສະນັ້ນ, ການ​ໃຊ້​ແຫຼ່ງກຳລັງ ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດ ​ເຂົ້າຮ່ວມ​ລາຍ ການ “ຊາວຫວຽດນາມໃຫ້ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ”, ຂົນຂວາຍຊາວ ຕ່າງປະເທດໃຊ້ສິນຄ້າຫວຽດນາມ ແລະປະກອບສ່ວນແນະນຳສິນຄ້າຫວຽດນາມ ຢູ່ຕ່າງປະເທດແມ່ນສຳຄັນທີ່ສຸດ ”.

ຂ່າວ/ບົດ​ອື່ນ