ການພົບປະຂັ້ນສຸດຍອດລັດເຊຍ,ອີຣານ,ຕວກກີອາດຈະດຳເນີນໃນເດືອນກັນຍາ

(VOVWORLD) -ວັນທີ 16 ສິງຫາ, ໂຄສົກວັງ Kremlin ທ່ານ Dmitry Peskov ໃຫ້ຮູ້ວ່າ, ທ່ານປະທານາທິບໍດີລັດເຊຍ Vladimir Putin ອາດຈະເຂົ້າຮ່ວມການພົບປະຂັ້ນສຸດຍອດກັບບັນດາການນຳຕວກກີ ແລະ ອີຣານ ໃນຕົ້ນເດືອນກັນຍາ ຈະມາເຖິງ.

ການພົບປະຂັ້ນສຸດຍອດລັດເຊຍ,ອີຣານ,ຕວກກີອາດຈະດຳເນີນໃນເດືອນກັນຍາ - ảnh 1ການພົບປະຂັ້ນສຸດຍອດລັດເຊຍ,ອີຣານ,ຕວກກີອາດຈະດຳເນີນໃນເດືອນກັນຍາ

(ພາບປະກອບ: kremlin.ru )

ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານ Dmitry Peskov ໃຫ້ຮູ້ວ່າ, ວຽກງານກະກຽມໃຫ້ແກ່ກອງປະຊຸມຂັ້ນສຸດຍອດ 3 ຝ່າຍກ່ຽວກັບການແກ້ໄຂການປະທະກັນຢູ່ຊີຣີ ພວມຖືກດຳເນີນ. ຕາມທ່ານ Dmitry Peskov ແລ້ວ, ແຈ້ງການຈະໄດ້ຍົກອອກມາພາຍຫຼັງແຜນການຂອງການນຳ 3 ທ່ານໄດ້ປຶກສາຫາລືຜ່ານຂົງເຂດການທູດ.

        ກ່ອນໜ້ານັ້ນ, ໂຄສົກຂອງທ່ານປະທານາທິບໍດີຕວກກີ, ທ່ານ Ibrahim Kalin ໃຫ້ຮູ້ວ່າ, ການພົບປະ 3 ຝ່າຍລະຫວ່າງການນຳລັດເຊຍ, ອີຣານ ແລະ ຕວກກີ ກ່ຽວກັບການແກ້ໄຂການປະທະກັນຢູ່ຊີຣີ ຄາດວ່າຈະດຳເນີນໃນອາທິດທຳອິດຂອງເດືອນກັນຍາ ຢູ່ເຕເຮຣານ.

ຕອບກັບ

ຂ່າວ/ບົດ​ອື່ນ