ການພົບປະມິດຕະພາບສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງຫວຽດນາມ-ສປປ.ເກົາຫຼີ

ການພົບປະມິດຕະພາບສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງຫວຽດນາມ-ສປປ.ເກົາຫຼີ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ສປປ.​ເກົາຫຼີ ປະຈຳ​ຫວຽດນາມ Kim Chan Il
(ພາບ: dangcongsan.vn)


(vovworld) – ຖືມູນ​ເຊື້ອ​ມິດຕະພາບ ​ແລະ ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ​ພັກ, ລັດ​ ​ແລະ ປະຊາຊົນ​ຫວຽດນາມ ​ແມ່ນ​ຫຼັກ​ໝັ້ນ​ທີ່​ເຂັ້ມ​ແຂງ​ຂອງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ສປປ.​ເກົາຫຼີ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ສປປ.​ເກົາຫຼີ ປະຈຳ​ຫວຽດນາມ Kim Chan Il ທີ່​ການ​ພົບ​ປະ​ມິດຕະພາບສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພົນ​ລະຫວ່າງ​ຫວຽດນາມ​-ສປປ.​ເກົາຫຼີ (31/01/1950 – 31/01/2015), ​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 27/01, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ Kim Chan Il ຢືນຢັນ​ວ່າ.

        “2 ປະ​ເທດ​ພວກ​ເຮົາ​ນັບ​ມື້​ນັບ​ໄດ້ຮັບ​ການ​ປັບປຸງ​ທາງ​ດ້ານ​ການ​​ເມືອງ, ຜ່ານ​ບັນດາ​ການ​ຢ້ຽມ​ຢຽມຂັ້ນ​ສູງ ​ແລະ ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ​ເປີດ​ກວ້າງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງໃນ​ທຸກຂະ​ແໜງ​ເສດຖະກິດ ​ແລະ ວັດທະນະທຳ​, ລົງ​ນາມ​ສັນຍາ​​ແລະ ຂໍ້​ຕົກລົງຫຼາຍ​ສະບັບ ​ເພື່ອ​ປັບປຸງການ​ພົວພັນ 2 ຝ່າຍ. ພິ​ເສດ​ບົນ​ເວທີ​ສາກົນ, ​ເຊິ່ງ 2 ປະ​ເທດ​ໄດ້​ມີ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມ​ເພື່ອສັນຕິພາບ​, ຄວາມ​ສະຫງົບ, ຄວາມ​ເປັນ​ທຳ​ຂອງ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ ກໍ່​ຄື​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ສະໜັບສະໜູນ ​ແລະ ສາມັກຄີ​ເຊິ່ງກັນ ​ແລະ ກັນຢ່າງ​ຕັ້ງໜ້າ”.

ຂ່າວ/ບົດ​ອື່ນ