ການພົບປະສັງສັນກັບສະມາຊິກສະພາແຫ່ງຊາດຜ່ານບັນດາໄລຍະຢູ່ທ້ອງຖິ່ນຕ່າງໆ

ການພົບປະສັງສັນກັບສະມາຊິກສະພາແຫ່ງຊາດຜ່ານບັນດາໄລຍະຢູ່ທ້ອງຖິ່ນຕ່າງໆ - ảnh 1
ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ທີ່​ການ​ພົບ​ປະ​ສັງ​ສັນ
ພາບ​:bacninhtv.vn

(vovworld)- ຕອນ​ບ່າຍ​ວັນ​ທີ 4/1, ຄະ​ນະ​ສະ​ມາ​ຊີກ​ສະ​ພາ​ແຫ່ງ​ຊາດ ແຂວງ ກຽນ​ຢາງ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາ​ດ​ລຸ້ນ​ຕ່າງໆ​ໃນ​ແຂວງ ເນ​ື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ(6/1/1946-6/1/2016). ໃນ 13 ອາ​ຍຸ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ກ​ຽນ​ຢາງ ມີ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ 79 ຄົນ ໄດ້​ສຳ​ເລັດ​ພາ​ລະ​ຫນ້າ​ທີ່​ຂອງ​ຜູ້​ແທນໂດຍປະ​ຊາ​ຊົນເລືອກ​ຕັ້ງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ຂອງ​ປະ​ຊາ​ຊົນ, ໂດ​ຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ ຢູ່ ຫວຽດ​ນາມ.

ໃນ​ວັນ​ດຽວ​ກັນ ຢູ່ ແຂວງ ບັກ​ນີງ ກໍ​ໄດ້​ຈັດ​ການ​ພົບ​ປ​ະ​ສັງ​ສັນ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ລຸ້ນ​ຕ່າງໆ. ນະ​ທີ່ນີ້ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ພ້ອມ​ກັນ​ທົບ​ທວນ​ຄືນ​ຄວາມ​ໝາຍ​ປະ​ຫວັດ​ສາດ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ ແລະ ມູນ​ເຊື້ອ 70 ປີ​ແຫ່ງ​ການ​ສ້າງ​ຕັ້ງ, ພັດ​ທະ​ນາ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ກໍ​ຄື​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ບັກ​ນີງ.

ຢູ່​ແຂວງ ຮ່າ​ຕີ້ງ ແລະ ເຫົ້າ​ຢາງ ກໍ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂອງ​ແຂວງ​ລຸ້ນ​ຕ່າງໆ ເຊັ່ນ​ດ​ຽວ​ກັນ.  ຢູ່​ແຂວງ ຮ່າ​ຕີງ, ການ​ນຳ​ແຂວງ ໄດ້​ມອບ​ຫລຽນ​ກາ​ທີ່​ລະ​ນຶກ​ໃຫ້​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ 10 ຄົນ ຍ້ອນ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ເພື່ອ​ພາ​ລະ​ກິດ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ.

 

ຂ່າວ/ບົດ​ອື່ນ