ການພົບປະສຸດຍອດ ລັດເຊຍ-ອາເມລິກາ: ເຕື້ອງເຖິງບັນດາບັນຫາສາກົນທີ່ສຳຄັນ

(VOVWORLD) - ພາຍຫຼັງເກືອບ 4 ຊົ່ວໂມງ ແລະ ການນຳ 2 ທ່ານໄດ້ຈັດການປະຊຸມຂ່າວຮ່ວມ, ເຊິ່ງໄດ້ຍົກອອກບັນດາສັນຍານຕັ້ງໜ້າທຳອິດກ່ຽວກັບຄວາມຫວັງໃນການປັບປຸງການພົວພັນລະຫວ່າງ 2 ປະເທດມະຫາອຳນາດ. ທີ່ການປະຊຸມຂ່າວ
ການພົບປະສຸດຍອດ ລັດເຊຍ-ອາເມລິກາ: ເຕື້ອງເຖິງບັນດາບັນຫາສາກົນທີ່ສຳຄັນ - ảnh 1 ທັງສອງຝ່າຍມີຄວາມເພິ່ງພໍໃຈ ກ່ຽວກັບໝາກຜົນການເຮັດວຽກ

ໃນການພົບປະຄັ້ງປະຫວັດສາດລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ Donald Trump ຢູ່ Helsinki, ປະເທດ ແຟງລັງ, ໄດ້ສິ້ນສຸດລົງໃນຄ່ຳຄືນວັນທີ 16 ກໍລະກົດ, ພາຍຫຼັງເກືອບ 4 ຊົ່ວໂມງ ແລະ ການນຳ 2 ທ່ານໄດ້ຈັດການປະຊຸມຂ່າວຮ່ວມ, ເຊິ່ງໄດ້ຍົກອອກບັນດາສັນຍານຕັ້ງໜ້າທຳອິດກ່ຽວກັບຄວາມຫວັງໃນການປັບປຸງການພົວພັນລະຫວ່າງ 2 ປະເທດມະຫາອຳນາດ. ທີ່ການປະຊຸມຂ່າວ, ທ່ານປະທານາທິບໍດີ Putin ຕີລາຄາການພົບປະໄດ້ປະສົບຜົນສຳເລັດ ແລະ ມີຜົນປະໂຫຍດ. ຕາມການນຳລັດເຊຍ ແລ້ວ, ການພົວພັນທີ່ເຄັ່ງຕຶງໃນປະຈຸບັນລະຫວ່າງລັດເຊຍ ແລະ ອາເມລິກາ ແມ່ນຍ້ອນບັນດາສາຍເຫດພາວະວິໄສ, ແລະ ປະຈຸບັນ, ທັງສອງປະເທດມະຫາອຳນາດພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍຄ້າຍຄືກັນ, ຄືກົນໄກຄວາມໝັ້ນຄົງສາກົນ, ການປະກົດຕົວຂຶ້ນຂອງລັດທິກໍ່ການຮ້າຍ. ນີ້ກໍ່ແມ່ນ 2 ຂົງເຂດເຊິ່ງທ່ານ Putin ຕັ້ງຄວາມຫວັງວ່າຈະຊອກໄດ້ສຽງເວົ້າລວມກັບ ອາເມລິກາ. ກ່ຽວກັບບັນຫາຊີຣີນັ້ນ, ການນຳ ລັດເຊຍ ໄດ້ຕີລາຄາວ່າ ມົດສະກູ ແລະ ວໍຊິງຕັນ ອາດຈະຮັບຜິດຊອບບົດບາດຫຼັກແຫລ່ງໃນການແກ້ໄຂວິກິດການມະນຸດສະທຳຢູ່ ຊີຣີ. ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ: ທ່ານສະແດງຄວາມວິຕົກວັງວົນເມື່ອ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍກັບ ອີຣານ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢັ້ງຢືນວ່າ: ມົດສະກູ ຈະບໍ່ແຊກແຊງເຂົ້າວິວັດການເລືອກຕັ້ງຢູ່ ອາເມລິກາ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ