ການພົບປະສົນທະນາການຮ່ວມມືດ້ານການຄ້າຫວຽດນາມ-ອັກຊັງຕີນຢູ່Buenos Aires

ການພົບປະສົນທະນາການຮ່ວມມືດ້ານການຄ້າຫວຽດນາມ-ອັກຊັງຕີນຢູ່Buenos Aires - ảnh 1
ທ່ານ ຫງວຽນ​ດີງ​ທາວ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ
 ປະ​ຈຳ ອັກ​ຊັງ​ຕີນ ແລະ ທ່ານ​ນາງ Argentina Susana Mabel Malcorra, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອັກ​ຊັງ​ຕີນ
ພາບ:daisuquanvn

(vovworld)- ວັນ​ທີ 23/3 ຢູ່ ນະ​ຄອນຫລວງ Buenos Aires, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ອັກ​ຊັງ​ຕີນ ໄດ້​ຈັດ​ຕັ້ງ​ການ​​ພົບ​ປະ​ສົນ​ທະ​ນາ “ການ​ຮ່ວມ​ມື​ດ້ານ​ການ​ຄ້າ ຫວຽດ​ນາມ ອັກ​ຊັງ​ຕີນ” ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ​ໃຕ້ ມີ​ຄວາມເຂົ້າ​ໃຈກ່ຽວ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ກໍ​ຄ​ື​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສ​ົນ​ທະ​ນາ, ທ່ານ ຫງວຽນ​ດີງ​ທາວ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອັກ​ຊັງ​ຕີນ ໄດ້​ຍົກ​ໃຫ້​ເຫັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ: ການ​ເມືອງ, ການ​ທູດ, ເສດ​ຖະ​ກິດ ການ​ຄ້າ, ການ​ລົງ​ທຶນ, ກະ​ສິ​ກຳ, ສາ​ທາ​ລະ​ນະ​ສຸກ, ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ Carlos Restaino, ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ໃຫ້​ຄຳ​ປຶກ​ສາ ການ​ເຊື່ອມ​ໂຍງ ແລະ ກຸ່ມ​ຕະ​ຫລາດ​ລວມ ອາ​ເມ​ລິ​ກາ​ໃຕ້ ຢຶ​ນ​ຢັນ​ວ່າ: ຫວຽດ​ນາມ ແມ່​ນ​ຕະ​ຫລາດ​ບຸ​ລິ​ມະ​ສິດ​ໃນ​ຍຸດ​ທະ​ສາດ​ຫັນ​ເປັນ​ຫລາຍ​ຮູບ​ແບບ ແລະ ເປີດກວ້າງ​ການ​ສົ່ງ​ອອກ​ຂອງ ອັກ​ຊັງ​ຕີນ, ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ການ​ຄ້າ​ສຳ​ຄັນ​ທີ່​ສຸດ​ຢູ່ ອາ​ຊີ ແລະ ກໍ​ແມ່ນ​ປະ​ເທດ​ນຳ​ເຂົ້າ​ສິນ​ຄ້າ​ອັກ​ຊັງ​ຕີນ ໃຫຍ່​ອັນ​ດັບ 3 ຢູ່​ພາກ​ພື້ນນີ້. 


ຕອບກັບ

ຂ່າວ/ບົດ​ອື່ນ