ການພົບປະສົນທະນາກ່ຽວກັບບົດບາດຊີ້ນຳນຳພາຂອງແມ່ຍິງໃນການດຳເນີນທຸລະກິດ

ການພົບປະສົນທະນາກ່ຽວກັບບົດບາດຊີ້ນຳນຳພາຂອງແມ່ຍິງໃນການດຳເນີນທຸລະກິດ - ảnh 1
ທ່ານນາງຟ້າ​ມຈີ​ລານ, ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ
ພາບ:ອິນເຕີນແນັດ


(vovworld) - ຕອນ​ບ່າຍ​ວັນ​ທີ 15/4 ຢູ່ ຮ່າ​ໂນ້ຍ, ຫ້ອງການ​ການ​ຄ້າ ​ແລະ ອຸດ​ສາ​ຫະກຳ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສົນທະນາ​ທີ່​ມີ​ຫົວ​ຂໍ້​ວ່າ: “ການ​ຊີ້​ນຳ​ນຳພາ​ຂອງ​ແມ່ຍິງ​ໃນ​ການ​ດຳ​ເນີນ​ທຸລະ​ກິດ:ການ​ບືນ​ຕົວ​ຂຶ້ນ​ຂອງ​ບັນດາ​ແມ່ຍິງ ຊື່​ງ​ແມ່ນ​ຜູ້ອຳນວຍການ​ໃຫຍ່​ບໍລິສັດ (Chief Executive Officer ຫລື CEO ) ຫວຽດນາມ.” ຕາມ​ການ​ສຳ​ຫລວດ​ຫວ່າງ​ແລ້ວ​ນີ້ຂອງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ​ແລ້ວ: ອັດຕາ​ສ່ວນ​ນັກທຸລະກິດ​ຍິງບໍລິຫານ​ວິ​ສາ​ຫະກິດ​ພວມ​​ເພີ່ມ​ຂຶ້ນ​​ໃນ​ລະດັບ​ສູງ​ກວ່າ​ເມື່ອ​ທຽບ​ໃສ່​ເພດ​ຊາຍ. ລະອຽດ​ແມ່ນ: ​ແມ່ຍິງ​ກວມ 52%, ​ໃນ​ຂະນະ​ທີ່​ເພ​ດຊາຍ​ກວມ​ພຽງ 49% ​ແລະ ພິ​ເສດ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ຍ້ອນ​ແມ່ຍິງ ຍາມ​ໃດ​ກໍ​ສົນ​ໃຈ​ເຖິງ​ບັນດາ​ຄວາມ​ສ່ຽງ​ໃນ​ຕໍ່ຫນ້າ ສະ​ນັ້ນ ​ໄດ້​ມີ​ບັນດາທິດ​ທາງ​ເໝາະ​ສົມ, ຮັກສາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ແບບ​ຍືນ​ຍົງ​ກວ່າ​ເມື່ອ​ທຽບ​ໃສ່​ເພດ​ຊາຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນັກທຸລະກິດ​ຍິງ ປະຈຸ​ບັນ​ຍັງ​​ປະ​ເຊີນ​ຫນ້າ​ກັບ​ບັນດາ​ຮົ້ວ​ກີດ​ຂວາງກ່ຽວ​ກັບ​ທາງ​ເພດ​ໃນ​ການ​ເລີ່​ມກໍ່​ຮ່າງ​ສ້າງ​ຕົວ ​ແລະ ພັດທະນາ​ວິ​ສາ​ຫະກິດ. ​ເພ່ືອ​ແກ້​ໄຂ​ບັນດາ​ຮົ້ວ​ກີດຂວາງ, ສະກັດ​ກັ້ນ​ແມ່ຍິງ​ໃນ​ການ​ດຳ​ເນີນ​ທຸລະ​ກິດ, ບັນດາ​ຜູ້​ແທນ​ຖື​ວ່າ: ຄວາມ​ສະ​ເຫມີ​ພາບ​ລະຫວ່າງ ຍິງຊາຍ ​ແມ່ນ​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ຊຸກຍູ້​ວິວັດ​ການ​ຊີ້​ນຳ​ຂອງ​ແມ່ຍິງ. ທ່ານ​ນາງ ຟ້າ​ມຈີ​ລານ, ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ ຖື​ວ່າ:

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ເຮົາ​ສືບ​ຕໍ່ປະຕິ​ຮູບບັນດາ​ລະບອບ​ນະ​ໂຍບາຍ​ຢູ່​ປະ​ເທ​ດ​ເຮົາ​. ຂ້າພະ​ເຈົ້າ​ຄິດ​ວ່າ ລະບອບ​ນະ​ໂຍບາຍ​ຕ້ອງ​ມີ​ຄວາມໂປ່​ງ​ໃສ, ​ເປີດ​ເຜີຍ, ສ້າງ​ຄວາມ​ສະ​ເຫມີ​ພາບ​ລະຫວ່າງ​ຍິງ​ຊາຍ​ໃຫ້​ແກ່​​ທຸກ​ຄົນ. ​ແມ່ຍິງ ຕ້ອງການ​ມີບັນດາ​ກາລະ​ໂອກາດ​ນັ້ນ ​ເພື່ອ​ມີ​ຄວາມ​ສະ​ເຫມີ​ພາບ​ຄື​ເພດ​ຊາຍ ​ຈາກ​ນັ້ນ​ບື​ນຕົວ​ຂຶ້ນ​ດ້ວຍ​ຄວາມ​ມານະ​ພະຍາຍາມ​ ​ແລະ ຄວາມ​ເກັ່ງ​ກ້າສາມາດ​ຂອງ​ຕົນ ​ແລະ ​ຮອດເວລາ​ນັ້ນ ທຸກ​ຄົນ​ຈະ​ຮັບ​ຮູ້.”

 

 

 

 

 

 

 

ຂ່າວ/ບົດ​ອື່ນ