“ການພົບປະເຈລະຈາຂັ້ນສູງ ກ່ຽວກັບການພົວພັນເສດຖະກິດ ອາຊຽນ - ອີຕາລີ ຄັ້ງທີ 3” ຄາດວ່າຈະຈັດຂຶ້ນຢູ່ ຮ່າໂນ້ຍ.

(VOVWORLD) -ເລື່ອງ ອີຕາລີ ເລືອກເອົາ ຮ່າໂນ້ຍ ເປັນສະຖານທີ່ຈັດຕັ້ງ “ການພົບປະເຈລະຈາຂັ້ນສູງ ກ່ຽວກັບການພົວພັນເສດຖະກິດ ອາຊຽນ - ອີຕາລີ ຄັ້ງທີ 3” ໄດ້ສະແດງອອກໃຫ້ເຫັນສາຍພົວພັນອັນໃກ້ຊິດ, ສະໜິດແໜ້ນລະຫວ່າງ ຫວຽດນາມ ແລະ ອີຕາລີ.

ວັນທີ 18 ທັນວາ, ທ່ານ ຫງວຽນດຶກຈຸງ ປະທານຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ໄດ້ຕ້ອນຮັບທ່ານ Enrico Letta ອະດີດນາຍົກລັດຖະມົນຕີ ອີຕາລີ ເພື່ອປຶກສາຫາລື ແຜນການຈັດຕັ້ງ “ການພົບປະເຈລະຈາຂັ້ນສູງ ກ່ຽວກັບການພົວພັນເສດຖະກິດ ອາຊຽນ - ອີຕາລີ ຄັ້ງທີ 3” ຄາດວ່າຈະດຳເດີນຢູ່ນະຄອນ ຮ່າໂນ້ຍ ໃນປີ 2019.

“ການພົບປະເຈລະຈາຂັ້ນສູງ ກ່ຽວກັບການພົວພັນເສດຖະກິດ ອາຊຽນ - ອີຕາລີ ຄັ້ງທີ 3” ຄາດວ່າຈະຈັດຂຶ້ນຢູ່ ຮ່າໂນ້ຍ. - ảnh 1ປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ຖ່າຍຮູບກັບ ປະມຸກລັດ ອີຕາລີ ແລະ ບັນດາສະມາຊິກໃນຄະນະ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ Enrico Letta ອະດີດນາຍົກລັດຖະມົນຕີ ອີຕາລີ ໃຫ້ຮູ້ວ່າ ເລື່ອງ ອີຕາລີ ເລືອກເອົາ ຮ່າໂນ້ຍ ເປັນສະຖານທີ່ຈັດຕັ້ງ “ການພົບປະເຈລະຈາຂັ້ນສູງ ກ່ຽວກັບການພົວພັນເສດຖະກິດ ອາຊຽນ - ອີຕາລີ ຄັ້ງທີ 3” ໄດ້ສະແດງອອກໃຫ້ເຫັນສາຍພົວພັນອັນໃກ້ຊິດ, ສະໜິດແໜ້ນລະຫວ່າງ ຫວຽດນາມ ແລະ ອີຕາລີ. ນີ້ຍັງແມ່ນການເລີ່ມຕົ້ນໃໝ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ ເພາະວ່ານອກຈາກຄະນະຜູ້ແທນບັນດາວິສາຫະກິດໃຫຍ່ແລ້ວ, ອີຕາລີ ກໍ່ຈະເຊີນຜູ້ຕາງໜ້າຂອງສະຫະພາບເອີຣົບ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ຈຳນວນໜຶ່ງ ເຂົ້າຮ່ວມເຫດການເປັນການສະແດງໃຫ້ເຫັນວ່າ ອີຕາລີ ແມ່ນປະຕູຍຸດທະສາດເຂົ້າສູ່ສະຫະພາບເອີຣົບ ແລະ ຫວຽດນາມ ກໍ່ຈະແມ່ນປະຕູເພື່ອໃຫ້ບັນດາຄູ່ຮ່ວມມືກ້າວເຂົ້າສູ່ພາກພື້ນອາຊຽນ.

ສ່ວນທ່ານ ຫງວຽນດຶກຈຸງ ປະທານຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ຢັ້ງຢືນວ່າ “ການພົບປະເຈລະຈາຂັ້ນສູງ ກ່ຽວກັບການພົວພັນເສດຖະກິດ ອາຊຽນ - ອີຕາລີ ຄັ້ງທີ 3” ແມ່ນໜຶ່ງໃນບັນດາເຫດການທີ່ສຳຄັນທາງດ້ານເສດຖະກິດ - ການເມືອງ ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ. ຮ່າໂນ້ຍຈະຮ່ວມມືຢ່າງແໜ້ນແຟ້ນ ກັບສະຖານທູດ ອີຕາລີ ປະຈຳ ຫວຽດນາມ ເພື່ອຈັດຕັ້ງ ເຫດການດັ່ງກ່າວໃຫ້ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ