ການພົບປະເຈລະຈາຂັ້ນສູງກ່ຽວກັບການຮ່ວມມືຢູ່ມະຫາສະໝຸດອິນເດຍ - ປາຊີຟິກ

(VOVWORLD) - ຄວນຊຸກຍູ້ການຮ່ວມມືຢ່າງຮອບດ້ານ, ມີປະສິດທິຜົນລະຫວ່າງບັນດາປະເທດ, ເສີມຂະຫຍາຍບົດບາດຂອງ ອາຊຽນ ເພື່ອກຳນົດທິດໃຫ້ແກ່ການຮ່ວມມື, ໂດຍອີງໃສ່ພື້ນຖານແມ່ນບັນດາໂຄງການ, ແຜນການຮ່ວມມືທີ່ມີຢູ່ແລ້ວ ກໍ່ຄືບັນດາກົນໄກ, ຂອບເຂດໂດຍ ອາຊຽນ ສ້າງຂຶ້ນ ແລະ ເຈົ້າພາທາງ.
ການພົບປະເຈລະຈາຂັ້ນສູງກ່ຽວກັບການຮ່ວມມືຢູ່ມະຫາສະໝຸດອິນເດຍ - ປາຊີຟິກ - ảnh 1 ການພົບປະເຈລະຈາຂັ້ນສູງກ່ຽວກັບການຮ່ວມມືຢູ່ມະຫາສະໝຸດອິນເດຍ - ປາຊີຟິກ (ພາບ: TTXVN)

ເຫດການ “ພົບປະເຈລະຈາຂັ້ນສູງກ່ຽວກັບການຮ່ວມມືຢູ່ມະຫາສະໝຸດອິນເດຍ - ປາຊີຟິກ: ມຸ່ງໄປເຖິງພາກພື້ນສັນຕິພາບ, ວັດທະນາຖາວອນ ແລະ ກວມລວມ” ໄດ້ດຳເນີນໃນວັນທີ 20 ມີນາ ຢູ່ ຈາກາກຕາ, ປະເທດ ອິນໂດເນເຊຍ. ເຂົ້າຮ່ວມການພົບປະເຈລະຈາ ມີລັດຖະມົນຕີກະຊວງການຕ່າງປະເທດ, ເຈົ້າໜ້າທີ່ອາວຸໂສຂອງ 10 ປະເທດ ອາຊຽນ, 8 ປະເທດຄູ່ຮ່ວມມືພ້ອມດ້ວຍຜູ້ຕາງໜ້າບາງປະເທດປາຊີຟິກໃຕ້. ການພົບປະເຈລະຈາ ແມ່ນແນໃສ່ເປົ້າໝາຍສ້າງກາລະໂອກາດ ເພື່ອໃຫ້ບັນດາປະເທດແລກປ່ຽນກ່ຽວກັບບັນດາຄຳນິຍາມ, ຂໍ້ລິເລີ່ມການຮ່ວມມືຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ, ຜ່ານນັ້ນ ຊອກຫາຄວາມສາມາດການຮ່ວມມືເຊິ່ງຕ່າງຝ່າຍຕ່າງມີຜົນປະໂຫຍດບົນພື້ນຖານບັນດາຫຼັກການລວມ.

        ກ່າວຄຳເຫັນທີ່ການພົບປະເຈລະຈາ, ທ່ານ ໂຕແອງຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: ເພື່ອໃຫ້ມີພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ມີສັນຕິພາບ, ສະຖຽນລະພາບ, ຮ່ວມມື, ພັດທະນາ ແລະ ວັດທະນະຖາວອນໃຫ້ທັງໝົດນັ້ນ, ບັນດາປະເທດຄວນມີຄວາມຮັບຜິດຊອບ, ມີພັນທະໃນການເຂົ້າຮ່ວມ, ປະກອບສ່ວນເພື່ອແນໃສ່ຫັນບັນດາເປົ້າໝາຍນີ້ິ້ໃຫ້ປະກົດຜົນເປັນຈິງ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອງຢຸງ ສະເໜີວ່າ ຄວນຊຸກຍູ້ການຮ່ວມມືຢ່າງຮອບດ້ານ, ມີປະສິດທິຜົນລະຫວ່າງບັນດາປະເທດ, ເສີມຂະຫຍາຍບົດບາດຂອງ ອາຊຽນ ເພື່ອກຳນົດທິດໃຫ້ແກ່ການຮ່ວມມື, ໂດຍອີງໃສ່ພື້ນຖານແມ່ນບັນດາໂຄງການ, ແຜນການຮ່ວມມືທີ່ມີຢູ່ແລ້ວ ກໍ່ຄືບັນດາກົນໄກ, ຂອບເຂດໂດຍ ອາຊຽນ ສ້າງຂຶ້ນ ແລະ ເຈົ້າພາທາງ.

ຕອບກັບ

ຂ່າວ/ບົດ​ອື່ນ