ການພົບປະເຈລະຈາສຸດຍອດລະຫວ່າງ ຫວຽດນາມ - ຍີ່ປຸ່ນ

(VOVWORLD) -ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະ ຢ້ຽມຢາມຍີ່ປຸ່ນ, ວັນທີ 1 ກໍລະກົດ, ທີ່ນະຄອນຫຼວງ ໂຕກຽດ, ປະເທດ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມີການພົບປະກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.
ການພົບປະເຈລະຈາສຸດຍອດລະຫວ່າງ ຫວຽດນາມ - ຍີ່ປຸ່ນ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມີການພົບປະກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe (ພາບ: chinhphu.vn)

        ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຜ່ານການຮັກສາບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ. ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ເພີ່ມທະວີຮ່ວມມືດ້ານການປ້ອງກັນຊາດປ້ອງກັນຄວາມສະຫງົບ, ໃນນັ້ນມີການຮ່ວມມືໃນຂອບເຂດ ADMM+. ທ່ານນາຍົກລັດຖະມົນຕີ Shinzo Abe ຢັ້ງຢືນວ່າ ຍີ່ປຸ່ນຈະຕັ້ງໜ້າໜູນຊ່ວຍຫວຽດນາມ ໃນການບຳລຸງສ້າງພະນັກງານ, ບຳລຸງສ້າງວີຊາຊີບ, ຍົກສູງກຳລັງຄວາມສາມາດໃນການແກ້ງແຍ້ງ, ປະສິດທິພາບໃນການອອກແຮງງານ, ປະຕິຮູບການບໍລິຫານ, ສ້າງລັດຖະບານເອເລັກໂຕນິກມຸ່ງໄປສູ່ລັດຖະບານ ດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືສົມທົບກັນຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ, ຊຸກຍູ້ການພົວພັນລະຫວ່າງ ອາຊຽນ - ຂົງເຂດແມ່ນ້ຳຂອງ ກັບຍີ່ປຸ່ນໃນສະພາບການ ຫວຽດນາມຈະດຳລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2020. ສອງຝ່າຍໄດ້ເຫັນດີເປັນເອກະພາບເພື່ອປະຕິບັດສົນທິສັນຍາຄູ່ຮ່ວມມືຮອບດ້ານແລະກ້າວຫນ້າຂ້າມປາຊີຟິກ (CPTPP)ໃຫ້ມີປະສິດທິຜົນ, ຮ່ວມມືຊຸກຍູ້ການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໃຫ້ສໍາເລັດໂດຍໄວ. ການນຳສອງປະເທດ ກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ