ການພົບປະແລກປ່ຽນຂຳ່ນັບຮັບຕ້ອນບຸນປີໃໝ່ປະຈຳຊາດບາງປະເທດອາຊີ

ການພົບປະແລກປ່ຽນຂຳ່ນັບຮັບຕ້ອນບຸນປີໃໝ່ປະຈຳຊາດບາງປະເທດອາຊີ - ảnh 1
ການພົບປະແລກປ່ຽນຂຳ່ນັບຮັບຕ້ອນບຸນປີໃໝ່ປະຈຳຊາດບາງປະເທດອາຊີ
(ພາບ: hanoimoi.com.vn)


 (vovworld) - ຕອນ​ບ່າຍ​ວັນ​ທີ 9/4, ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ: ລາວ, ​ໄທ, ກຳປູ​ເຈຍ, ມຽນມາ,​ ອິນ​ເດຍ, ບັງ​ກະລາ​ເທດ ​ແລະ ສີ​ລັງກາ, ສະຫະພັນ​ບັນດາ​ອົງການ​ມິດ​ຕະພາບ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ​ບັນດາ​ສະຖານທູດ​ບາງ​ປະ​ເທດ​ອາຊີ ພ້ອມ​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ-​ລາວ; ຫວຽດນາມ-​ກຳປູ​ເຈຍ; ຫວຽ​ດນາມ-​ໄທ, ສະມາຄົມພຸດທະ​ສາສະໜາ​ນະຄອນຮ່າ​ໂນ້ຍ ​ເພື່ອ​ຈັດ​ຕັ້ງ​ລາຍ​ການອວຍພອນ​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ປະຊາຊົນ​ບັນດາ​ປະ​ເທດອາຊີ. ນະ​ທີ່​ນີ້, ທ່ານ ດ່າວວັນ​ບີ່​ງ, ປະທານ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ: “ລາຍການ​ໄດ້​ຮັບ​ການຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ແບ່ງປັນ​ບັນດາ​ໄມ​ຕິ​ຈິດ ​ແລະ ຄວາມມ່ວນ​ຊື່ນ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ຂອງ​ບັນດາ​ປະ​ເທດ​ອາຊີ. ຜ່ານ​ລາຍການ​ນີ້,ບັນດາ​ເພື່ອນ​ມິດສາ​ກົນ​ ຈະ​ຮັບ​ຮູ້​ໄດ້​ອາລົມ​ຈິດ​ອັນ​ດີງາມສະໜິດ ສະໜົມຂອງ​ປະຊາຊົນ​ນະຄອນຫຼວງ, ຜ່ານ​ນັ້ນ​ຮັດ​ແໜ້ນ​​ການ​ພົວພັນ​ມິດຕະພາບ ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ໂລກກ່ວາ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ.

        ​ແລະ​ກໍ່​ໃນ​​ໂອກາດບຸນປີ​ໃໝ່ປະຈຳ​ຊາດຂອງ ສປປ.ລາວ ​ແລະ Chol Chnam Thmey ຂອງ​ລາຊະ​ອານາຈັກ​ກຳປູ​ເຈຍ, ຕອນ​ຄຳ່​ວັນ​ທີ 9/4, ຄະນະ​ຊາວ​ໜຸ່ມນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ຕັ້ງ​ລາຍການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ນັກ​ສຶກສາ 3 ປະ​ເທດ ຫວຽດນາມ-​ລາວ-​ກຳປູ​ເຈຍ.
ຂ່າວ/ບົດ​ອື່ນ