ການ​​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ລ​ະ​ຫວ່າງ ຫວຽດ​ນາມ - ລາວ​ເນ​ື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສ​ະຫຼອງ 74 ປີ​ແຫ່ງວັນ ປ​ະ​ຕິ​ວັດເດືອ​ນ​ສິງ​ຫາ

(VOVWORLD) -ສ່ວນທ່ານ ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດລາວໄດ້ຕີລາຄາສູງຕໍ່ຄວາມໝາຍປະຫວັດສາດຂອງການປະຕິວັດເດືອນ ສິງຫາ 1954 ສຳລັບພາລະກິດປົດປ່ອຍປະເທດຊາດຂອງປະຊາຊົນ ຫວຽດນາມ.

        ຕອນບ່າຍວັນທີ 16 ສິງຫາ, ໄດ້ດຳເນີນການພົບປະແລກປ່ຽນລະຫວ່າງ ສະຖານທູດ ຫວຽດນາມ ແລະ ສະຖານທູດລາວຢູ່ ປັກກິ່ງ, ປະເທດ ຈີນ. ກ່າວຄຳເຫັນທີ່ການພົບປະແລກປ່ຽນ, ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນໄດ້ຫວນຄືນອາລົມຈິດອັນເຂັ້ມຂຸນໃນການພົວພັນສອງປະເທດນັບແຕ່ການປະຕິວັດເດືອນສິງຫາປີ 1954 ຈົນມາຮອດປັດຈຸບັນ. ພ້ອມທັງນັ້ນໜັກວ່າ: ສະຖານທູດສອງປະເທດ ໄດ້ສືບທອດບັນດາມູນເຊື້ອອັນດີງາມຂອງພັກ, ລັດ ແລະ ປະຊາຊົນສອງປະເທດ, ມີການຮ່ວມມືຢ່າງບໍ່ຢຸດຢັ້ງ, ຊ່ວຍເຫຼືອເຊິ່ງກັນແລະກັນໃນບັນດາການເຄື່ອນໄຫວການຕ່າງປະເທດແບບສອງຝ່າຍ, ໃນຂອບເຂດ ອາຊຽນກໍ່ຄືບັນດາການເຄື່ອນໄຫວຫຼາຍຝ່າຍອື່ນໆໃນພາກພື້ນ.

        ສ່ວນທ່ານ ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດລາວໄດ້ຕີລາຄາສູງຕໍ່ຄວາມໝາຍປະຫວັດສາດຂອງການປະຕິວັດເດືອນ ສິງຫາ 1954 ສຳລັບພາລະກິດປົດປ່ອຍປະເທດຊາດຂອງປະຊາຊົນ ຫວຽດນາມ, ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມຈະສືບຕໍ່ບັນລຸໄດ້ບັນດາຜົນງານອັນຍິ່ງໃຫຍ່ໃນວິວັດການສ້າງຕັ້ງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ