ການພົວພັນ 2 ຝ່າຍລັດເຊຍ - ຍີ່ປຸ່ນ ພວມມີບາດກ້າວພັດທະນາ

ການພົວພັນ 2 ຝ່າຍລັດເຊຍ - ຍີ່ປຸ່ນ ພວມມີບາດກ້າວພັດທະນາ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vadimir Putin ແລະ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe 
(ພາບ: AFP)

(vovworld) - ວັນ​ທີ 27/04, ກ່າວ​ຄຳ​ເຫັນໃນ​ການ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe ທີ່ພວມ​ຢ້ຽ​ມ​ຢາມ​ລັດ​ເຊຍ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vadimir Putin ຢືນ​ຢັນ​ວ່າ, ລັດ​ເຊຍ ແລະ ຍີ່​ປຸ່ນ ພວມ​ມີ​​ຄວາມ​ຄືບ​ໜ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ 2 ຝ່າຍ ແລະ ການ​ຢ້ຽມ​ຢາມ​ຂອງ​ການ​ນຳ​ຍີ່​ປຸ່ນ ອາດ​ສາ​ມາດ​ປະ​ກອບ​ສ່ວນ​ຊອກ​ໄດ້​ບັນ​ດາ​​ບາດ​ກ້າວ​ໃໝ່. ​ຮ່ວມ​ທັດ​ສະ​ນະ​​ດັ່ງ​ກ່າວ, ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ Shinzo Abe ຍ້ອມ​ຮັບ​ວ່າ, ການ​ພົວ​ພັນ 2 ຝ່າຍ​ລະ​ຫວ່າງ ຍີ່​ປຸ່ນ ແລະ ລັດ​ເຊຍ ພວມ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ.

        ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊ​ຸມ​ຂ່າວ​ພາຍ​ຫຼັງ​​ການເຈ​ລ​ະ​ຈາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ເນ​ັ້​ນ​ໜັກ​ວ່າ, ຍີ່​ປຸ່ນ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ, ແມ່ນ​ແ​ງ່​ຫວັງ​ຂອງ​ລັດ​ເຊຍ ແລະ ມົດ​ສະ​ກູ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ເພື່ອ​ແກ​້​ໄຂ​ບໍ່​ວ່າ​ບັນ​ຫາ​ໃດ​ໆ, ຊ້ຳ​ບໍ່​ໜຳ​ແມ່ນ​ບັນ​ດາ​ບັນ​ຫາ​ສັບ​ສົນ​ທີ່​ສຸດ​ໃນ​ການ​ພົວ​ພັນ 2 ຝ່າຍ, ໂດຍ​ອີງ​ບົນ​ຫຼັກ​ການ​ເຄົາ​ລົບ, ສະ​ເໝີ​ພາບ ແລະ ຄິດ​ໄລ່​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ກັນ. ເມື່ອ​ເຕື້ອງ​ເຖິງ​ສັນ​ຍາ​ສັນ​ຕິ​ພາບ​ທີ່​ກີດ​ຂວາງ​ການ​ພົວ​ພັນ 2 ຝ່າຍ​ໃນ​ຕະ​ຫຼອດ​ໄລ​ຍະ 70 ປີ​ຜ່ານ​ມາ, ທ່ານ Putin ຖະ​ແຫຼງວ່າ, ເລື່ອງ​ແກ້​ໄຂ​ບັນ​ຫາ​​ສົນ​ທິສັນ​ຍາ​ສັ​ນ​ຕິ​ພາບ ຕ້ອງ​ຕອບ​ສະ​ໜອງ​ບັນ​ດາ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ຂອງ​ລັດ​ເຊຍ ແລະ ຍີ່​ປຸ່ນ, ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈ​າກ​ປະ​ຊາ​ຊົນ 2 ປະ​ເທດ… ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ສາ​ກົນ, ທ່ານ​ປະ​ທາ​ນາ​ທິບ​ໍ​ດີ Putin ໃຫ້​ຮູ້​ວ່າ, ການ​ນຳ 2 ປະ​ເທດ​ໄດ້​ສະ​ຫງວນ​ເວ​ລາ​ສ່ວນ​ຫຼາຍ​ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ​ຮ່ວມ​ມື​ໃນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ສະ​ພາບ​ການ​ຢູ່​ອ້ອມ​ແຫຼມ​ເກົາ​ຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ