ການພົວພັນ ກູບາ - ຫວຽດນາມ ຍາມໃດກໍ່ແມ່ນການພົວພັນແບບພິເສດ

(VOVWORLD) - ຕອນເຊົ້າວັນທີ 09 ພະຈິກ, ທີ່ສຳນັກງານປະທານປະເທດ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີປະເທດ ສ.ກູບາ Miguel Mario Diaz Canel Bermudez ໄດ້ດຳເນີນການເຈລະຈາ.
ການພົວພັນ ກູບາ - ຫວຽດນາມ ຍາມໃດກໍ່ແມ່ນການພົວພັນແບບພິເສດ - ảnh 1ທີ່ການເຈລະຈາ 

ທີ່ການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ Miguel Mario Diaz Canel Bermudez ໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບການພັດທະນາຂອງສາຍພົວພັນການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ການພົວພັນດ້ານການເມືອງລະຫວ່າງ 2 ຝ່າຍນັບມື້ນັບສະໜິດແໜ້ນ ແລະ ມີຄວາມໄວ້ເນື້ອເຊື່ອໃຈ ໂດຍຜ່ານການແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນເປັນປະຈຳ. ບັນດາກົນໄກຮ່ວມມືລະຫວ່າງ ລັດຖະບານ ແລະ ລະຫວ່າງບັນດາກະຊວງ, ຂະແໜງການໄດ້ຮັບການຮັກສາ ແລະ ເຄື່ອນໄຫວນັບມື້ນັບມີປະສິດທິຜົນ, ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືຫລາຍຮູບຫລາຍແບບ, ແທດຈິງ…2 ຝ່າຍກໍ່ມ້ແລກປ່ຽນບັນດາມາດຕະການ ເພື່ອແນໃສ່ເຮັດໃຫ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນເລິກເຊິ່ງກ່ວາ ບົນຈິດໃຈມີປະສິດທິຜົນ, ແທດຈິງ, ຮ່ວມມືຢ່າງແໜ້ນແຟ້ນກ່ຽວກັບດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການທູດ, ຍູ້ແຮງບັນດາການຮ່ວມມືລົງເລິກຂະແໜງກ່ຽວກັບດ້ານກະສິກຳ, ເຕັກໂນໂລຊີຊີວະສາດ, ການຢາ, ສາທາລະນະສຸກ, ການສຶກສາ, ວິທະຍາສາດເຕັກໂນໂລຊີ ແລະ ພົບປະແລກປ່ຽນປະຊາຊົນ.

ການພົວພັນ ກູບາ - ຫວຽດນາມ ຍາມໃດກໍ່ແມ່ນການພົວພັນແບບພິເສດ - ảnh 2 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ

        ການນຳ 2 ທ່ານກໍ່ໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບການສົມທົບ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນລະຫວ່າງ ຫວຽດນາມ ແລະ ກູບາ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫລາຍຝ່າຍ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ, ເວທີປາໄສອາຊີຕາເວັນອອກ - ອາເມລິກາລາຕິນ…ແລກປ່ຽນກ່ຽວກັບສະພາບການໂລກ ແລະ ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, 2 ຝ່າຍກໍ່ເຫັນດີເປັນເອກະພາບນຳກັນວ່າ ບັນດາການຂັດແຍ້ງກັນກ່ຽວກັບອະທິປະໄຕ ແລະ ຜືນແຜ່ນດິນຕ້ອງໄດ້ແກ້ໄຂດ້ວຍບັນດາມາດຕະການສັນຕິພາບ, ບົນພື້ນຖານເຄົາລົບກົດໝາຍສາກົນ.

ການພົວພັນ ກູບາ - ຫວຽດນາມ ຍາມໃດກໍ່ແມ່ນການພົວພັນແບບພິເສດ - ảnh 3 ທ່ານ ຫງວຽນຝູຈ້ອງ ແລະ ທ່ານ Miguel Mario Diaz Canel Bermudez ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືລະຫວ່າງ 2 ປະເທດບາງສະບັບ

        ພາຍຫລັງສິ້ນສຸດການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ທ່ານປະທານ Miguel Mario Diaz Canel Bermudez ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືລະຫວ່າງ 2 ປະເທດບາງສະບັບຄື: ສັນຍາການຄ້າ ແລະ ອະນຸສັນຍາການເງິນຜັນຂະຫຍາຍໂຄງການຮ່ວມມືພັດທະນາການຜະລິດເຂົ້າ ຫວຽດນາມ - ກູບາ ໄລຍະ 2019 – 2023.

ການພົວພັນ ກູບາ - ຫວຽດນາມ ຍາມໃດກໍ່ແມ່ນການພົວພັນແບບພິເສດ - ảnh 4 ການນຳ 2 ທ່ານໄດ້ຈັດຖະແຫຼງຂ່າວຮ່ວມ

        ຫລັງຈາກນັ້ນ, ການນຳ 2 ທ່ານໄດ້ຈັດຖະແຫຼງຂ່າວຮ່ວມ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ສ.ກູບາ Miguel Mario Diaz Canel Bermudez ໄດ້ຢັ້ງຢືນລັກສະນະປະຫວັດສາດແບບພິເສດຂອງການພົວພັນລະຫວ່າງ ກູບາ ແລະ ຫວຽດນາມ, ໂດຍອີງໃສ່ພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ; ແລະ ປາດຖະໜາວ່າ ຫວຽດນາມ ແລະ ກູບາ ຈະສືບຕໍ່ແບ່ງປັນບົດຮຽນສ້າງສັງຄົມນິຍົມຢູ່ແຕ່ລະປະເທດ. ທ່ານ Miguel Mario Diaz Canel Bermudez ກ່າວວ່າ:

ພວກຂ້າພະເຈົ້າພ້ອມກັນແບ່ງປັນກ່ຽວກັບລຸ້ນຕ່າງໆໃນອະນາຄົດຂອງ ກູບາ ແລະ ຫວຽດນາມ ຍາມໃດກໍ່ຈະຈົ່ງຮັກພັກດີຕໍ່ຄຳສັ່ງສອນຂອງປະທານ ໂຮ່ຈີມິນ ແລະ ປະທານ Fidel, ບັນດາເພື່ອນໜຸ່ມຈະເປັນຜູ້ຊຸກຍູ້ ແລະ ຮັກສານ້ຳໃຈມິດຕະພາບລະຫວ່າງ 2 ຊາດ. ການພົວພັນລະຫວ່າງ ຫວຽດນາມ ແລະ ກູບາ ຍາມໃດກໍ່ເປັນພິເສດນັບທັງໃນປັດຈຸບັນ ແລະ ອະນາຄົດ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຢືນຢັນວ່າ: ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຕໍ່ບັນດາມາດຕະການຢ່າງແທດຈິງ ເພື່ອສືບຕໍ່ເປີດກ້ວາງ, ຍົກສູງລັກສະນະປະສິດທິຜົນ ແລະ ໝັ້ນຄົງຂອງການພົວພັນຮ່ວມມືລະຫວ່າງ 2 ປະເທດກ່ວາອີກ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢືນຢັນວ່າ ການພົວພັນດ້ານການເມືອງ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ກູບາ ນັບມື້ນັບດີງາມກ່ວາ ດ້ວຍຄວາມໄວ້ເນື້ອເຊື່ອໃຈສູງ.ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກ່າວວ່າ

ຂ້າພະເຈົ້າ ແລະ ທ່ານປະທານ Miguel Mario Diaz Canel Bermudez ໄດ້ໃຫ້ຄຳໝັ້ນສັນຍາວ່າ ຫວຽດນາມ ແລະ ກູບາ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ຮອບດ້ານບົນເສັ້ນທາງສ້າງສາ ແລະ ພັດທະນາຂອງ 2 ປະເທດໃນໄລຍະໃໝ່; ມານະພະຍາຍາມປັບປຸງ ແລະ ເຮັດໃຫ້ການພົວພັນອ້າຍນ້ອງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ສາມັກຄີສັດຊື່ບໍລິສຸດເລິກເຊິ່ງກ່ວາອີກ. ພວກຂ້າພະເຈົ້າໄດ້ແລກປ່ຽນບັນດາມາດຕະການເພື່ອແນໃສ່ເຮັດໃຫ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນເລິກເຊິ່ງກ່ວາ ບົນພື້ນຖານມີປະສິດທິຜົນ, ແທດຈິງ; ຮ່ວມມືຢ່າງແໜ້ນແຟ້ນກ່ຽວກັບດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ.

ການພົວພັນ ກູບາ - ຫວຽດນາມ ຍາມໃດກໍ່ແມ່ນການພົວພັນແບບພິເສດ - ảnh 5ທ່ານ ຫງວຽນຝູຈ້ອງ ໄດ້ປະດັບຫຼຽນໄຊ ໂຮ່ຈີມິນ ໃຫ້ທ່ານ Miguel Mario Diaz Canel Bermudez

        ແລະກໍ່ໃນຕອນເຊົ້າຂອງວັນດຽວກັນ, ທີ່ສຳນັກງານປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ປະດັບຫຼຽນໄຊ ໂຮ່ຈີມິນ - ເຊິ່ງແມ່ນລາງວັນອັນສູງສົ່ງຂອງພັກ, ລັດ ຫວຽດນາມ ໃຫ້ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ສ.ກູບາ Miguel Mario Diaz Canel Bermudez, ຍ້ອນມີບັນດາຄຸນງາມຄວາມດີອັນໃຫຍ່ຫລວງ, ດີເລີດເປັນພິເສດໃນການເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນສາມັກຄີມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ