ການພົວພັນ ຫວຽດນາມ - ຝລັ່ງ ພັດທະນາຢ່າງຕັ້ງໜ້າ

(VOVWORLD) - ປີ 2018 ແມ່ນປີມີຄວາມສຳຄັນພິເສດສຳລັບການພົວພັນລະຫວ່າງ ຫວຽດນາມ ແລະ ຝລັ່ງ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສະຖາປະນາປະເທດ ສສ ຫວຽດນາມ (2/9/1945 – 2/9/2018) ໄດ້ຈັດຕັ້ງໃນວັນທີ 19 ກັນຍາຢູ່ປາຣີ, ປະເທດ ຝລັ່ງ, ທ່ານ ຫງວຽນທຽບ,ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຝລັ່ງ ຢັ້ງຢືນວ່າ: ປີ 2018 ແມ່ນປີມີຄວາມສຳຄັນພິເສດສຳລັບການພົວພັນລະຫວ່າງ ຫວຽດນາມ ແລະ ຝລັ່ງ. ບັນດາການເຄື່ອນໄຫວແລກປ່ຽນລະຫວ່າງສອງຝ່າຍໄດ້ນຳມາເຊິ່ງຜົນງານຕັ້ງໜ້າຫຼາຍຢ່າງນັບແຕ່ຕົ້ນປີມາຮອດປະຈຸບັນ. ທ່ານເອກອັກຄະລັດຖະທູດ ຫງວຽນທຽບ ເນັ້ນໜັກວ່າ: ຄວາມໝາຍສຳຄັນຂອງການຢ້ຽມຢາມຝລັ່ງ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໃນເດືອນ ມີນາ ຜ່ານມາ, ຖືວ່າ ການຢ້ຽມຢາມໄດ້ສ້າງກຳລັງໜູນຢ່າງແຮງໃຫ້ແກ່ການພັດທະນາການພົວພັນລະຫວ່າງ 2 ປະເທດ ໃນບັນດາຂົງເຂດຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ…      

        ມີການເຄື່ອນໄຫວວັດທະນະທຳ, ສິລະປະຫຼາຍຢ່າງເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຝລັ່ງ ໄດ້ຈັດຕັ້ງຂຶ້ນປີ 2018. ພິທີສະເຫຼີມສະຫຼອງ ວັນຊາດກໍ່ແມ່ນໂອກາດເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ຝລັ່ງ ເພີ່ມທະວີກນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນ ແລະ ອ່ວາຍໜ້າເມືອຫາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ