ການພົວພັນ2ຝ່າຍຫວຽດນາມ-ປາກິດສະຖານນັບມື້ນັບພັດທະນາ


ການພົວພັນ2ຝ່າຍຫວຽດນາມ-ປາກິດສະຖານນັບມື້ນັບພັດທະນາ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນຊາດ ຫວຽດນາມ
ຢູ່ສະ​ຖານທູດ ຫວຽດນາມ ປະຈຳ ປາ​ກິດ​ສະຖານ
(ພາບ: thaiduckhai/TTXVN)

(vovworld) - ​ ​ ຕອນ​ຄ່ຳ​ວັນ​ທີ 2/9, ສະ​ຖານທູດ ຫວຽດນາມ ປະຈຳ ປາ​ກິດ​ສະຖານ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນຊາດ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນຊວນ​ລຶວ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ປາ​ກິດ​ສະຖານ ຢືນຢັນ​ວ່າ: ການ​ພົວພັນ ຫວຽດນາມ - ປາ​ກິດ​ສະຖານ ພັດທະນາ​ໃນ​ຫລາຍ​ຂົງ​ເຂດ ນັບ​ແຕ່​ເມື່ອ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ປີ 1972 ຢ່າງ​ບໍ່​ຢຸດ​ຢັ້ງ; ພິ​ເສດ, ​ແມ່ນ​ຈຸດໝາຍ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂື້ນ 500 ລ້ານ​ໂດ​ລາ​ສະຫະລັດ ທີ່ບັນລຸ​ໄດ້​ໃນ​ປີ​ນີ້​ຢ່າງ​ແນ່ນອນ.

        ​ເຂົ້າ​ຮ່ວມ​ພິທີ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ ປາ​ກິດ​ສະຖານ Khurram Dastgir Khan ​ເນັ້ນ​ໜັກ​ວ່າ: ຕະຫລາດ ຫວຽດນາມ​ ແມ່ນສະຖານ​ທີ່​ພວມ​ດຶງ​ດູດ​ສຳ​ລັບປະຊາ​ຄົ​ມວິ​ສາ​ຫະກິດ ປາ​ກິດ​ສະຖານ, ມີຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນ​ການ​ຮ່ວມ​ມືດ້ານ​ເສດຖະກິດ, ການ​ຄ້າ 2 ຝ່າຍ​ແມ່ນ​ໃຫຍ່​ຫລວງ ​ແລະ ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ຈະ​ນັບ​ມື້​ນັບ​ພັດທະນາ.

ຂ່າວ/ບົດ​ອື່ນ